ອາ​ເມ​ລິ​ກາ ຄາດ​ວ່າ​ຈະ​ຮຽກ​ຮ້ອງ​ໃຫ້​ນຳ ສະ​ຫະ​ພາບ​ ອາ​ຟະ​ລິ​ກາ ເຂົ້າ​ກຸ່ມ G20

(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະຮຽກຮ້ອງໃຫ້ນຳ ສະຫະພາບ ອາຟະລິກາ (AU) ເຂົ້າກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ເພື່ອແນໃສ່ສ້າງໂອກາດໃຫ້ບັນດາປະເທດໃນທະວີບນີ້ ໄດ້ເຂົ້າຮ່ວມບັນຫາລວມໃນທົ່ວໂລກຢ່າງເລິກເຊິ່ງກວ່າອີກ. 
ອາ​ເມ​ລິ​ກາ ຄາດ​ວ່າ​ຈະ​ຮຽກ​ຮ້ອງ​ໃຫ້​ນຳ ສະ​ຫະ​ພາບ​ ອາ​ຟະ​ລິ​ກາ ເຂົ້າ​ກຸ່ມ G20 - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden  (ພາບ: TTXVN)

ວັນທີ 9 ທັນວາ, ທ່ານ John Kirby ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະຮຽກຮ້ອງໃຫ້ນຳ ສະຫະພາບ ອາຟະລິກາ (AU) ເຂົ້າກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ເພື່ອແນໃສ່ສ້າງໂອກາດໃຫ້ບັນດາປະເທດໃນທະວີບນີ້ ໄດ້ເຂົ້າຮ່ວມບັນຫາລວມໃນທົ່ວໂລກຢ່າງເລິກເຊິ່ງກວ່າອີກ. ຄາດວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະຍົກອອກຄຳຮຽກຮ້ອງດັ່ງກ່າວໃນກອງປະຊຸມສຸດຍອດ ອາເມລິກາ - ອາຟະລິກາ ເຊິ່ງຈະຈັດຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ D.C ແຕ່ວັນທີ 13  - 15  ທັນວາ. ປັດຈຸບັນ, G20 ມີແຕ່ປະເທດດຽວ ແມ່ນ ອາຟະລິກາໃຕ້, ໃນຂະນະນັ້ນ, AU ມີເຖິງ 55 ປະເທດ ສະມາຊິກ.

ກ່ອນໜ້ານັ້ນ, ທ່ານ Chris Van Hollen ສະມາຊິກສະພາສູງ ພັກປະຊາທິປະໄຕຢູ່ ລັດ Maryland, , ກໍຖືວ່າ ຄວນມອບໂອກາດໃຫ້ບັນດາປະເທດ ອາຟະລິກາ ຕື່ມອີກໃນການຍົກອອກມາດຕະການຕ່າງໆເພື່ອແກ້ໄຂສິ່ງທ້າທາຍທົ່ວໂລກ ທີ່ພວມກະທົບໃສ່ເຂົາເຈົ້າ, ນັບແຕ່ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ ຕະຫຼອດຮອດສຸຂະພາບຂອງວົງຄະນະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ