ອາເມລິກາ ຈັດວາງຄຳສັ່ງລົງໂທດເພີ່ມເຕີມຕ້ານອີຣານ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ຍົກອອກຂໍ້ຕົກລົງ 2 ສະບັບທີ່ກ່ຽວຂ້ອງເຖິງການລົງໂທດ

ອາເມລິກາ ຈັດວາງຄຳສັ່ງລົງໂທດເພີ່ມເຕີມຕ້ານອີຣານ - ảnh 1 ທ່ານນາງໂຄສົກກະຊວງການຕ່າງປະເທດອາເມລິກາ Morgan Ortagus

(ພາບ: AFP)

 ວັນທີ 31 ຕຸລາ, ທ່ານນາງໂຄສົກກະຊວງການຕ່າງປະເທດອາເມລິກາ Morgan Ortagus ໃຫ້ຮູ້ວ່າ, ວໍຊິງຕັນ ໄດ້ຈັດວາງບັນດາມາດຕະການລົງໂທດເພີ່ມເຕີມສຳລັບຂົງເຂດກໍ່ສ້າງຢູ່ອີຣານ ແລະ ບາງວັດຖຸທີ່ພວມນຳໃຊ້ເຊິ່ງມີສ່ວນກ່ຽວຂ້ອງກັບກອງທັບ ແລະ ໂຄງການລູກສອນໄຟນຳວິຖີຂອງປະເທດອິດສະລາມນີ້. ຕາມແຈ້ງການທາງສື່ມວນຊົນຂອງທ່ານນາງໂຄສົກໄດ້ຊີ້ແຈ້ງວ່າ: “ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ຍົກອອກຂໍ້ຕົກລົງ 2 ສະບັບທີ່ກ່ຽວຂ້ອງເຖິງການລົງໂທດ, ຕາມຂໍ້ 1245 ຂອງກົດໝາຍວ່າດ້ວຍຄວາມເສລີ ແລະ ຕ້ານການເຜີຍແຜ່ອາວຸດນິວເຄຼຍອີຣານ (IFCA) ປີ 2012 ໄດ້ລະບຸໄວ້ວ່າ: ທີ່ໜຶ່ງແມ່ນກ່ຽວຂ້ອງເຖິງຂົງເຂດກໍ່ສ້າງຂອງອີຣານ ເຊິ່ງກຳລັງທະຫານພິທັກປະຕິວັດອິດສະລາມອີຣານ (IRGC) ຄວບຄຸມໂດຍກົງ ຫຼື ທາງອ້ອມ; ຂໍ້ຕົກລົງທີ່ຍັງເຫຼືອໄດ້ກຳນົດຢ່າງຈະແຈ້ງກ່ຽວກັບວັດຖຸຍຸດທະສາດ 4 ຢ່າງທີ່ໄດ້ນຳໃຊ້ມີສ່ວນກ່ຽວຂ້ອງເຖິງບັນດາໂຄງການລູກສອນໄຟນຳວິຖີ, ການທະຫານ ແລະ ນິວເຄຼຍຂອງອີຣານ”. ຂໍ້ຕົກລົງດັ່ງກ່າວໄດ້ສ່ອງແສງເຖິງເລື່ອງ ອາເມລິກາ ມານະພະຍາຍາມເພີ່ມຄວາມກົດດັນທາງດ້ານເສດຖະກິດຕໍ່ອີຣານ, ໃນຂະນະທີ່ຍັງຊັ່ງຊາຄວາມສາມາດຂອງການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ