ອາ​ເມ​ລິ​ກາ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃສ່ ອີ​ຣານ​ ແບບ​ພຽງ​ລຳ​ພັງ​ຝ່າຍ​ດຽວ

(VOVWORLD) -ວັນທີ 21 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ ໄດ້ປະກາດໃຊ້ລັດຖະດຳລັດປະຕິບັດກົດໝາຍຈັດວາງບັນດາຄຳສັ່ງລົງໂທດໃສ່ອີຣານ. 
ອາ​ເມ​ລິ​ກາ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃສ່ ອີ​ຣານ​ ແບບ​ພຽງ​ລຳ​ພັງ​ຝ່າຍ​ດຽວ - ảnh 1ຮາກຖານນິວເຄຼຍ Natanz ຂອງອີຣານ (ພາບ: IRNA/TTXVN) 

ໃນຖະແຫຼງການ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເນັ້ນໜັກວ່າ ບໍ່ມີເວລາໃດທີ່ອາເມລິກາຈະອະນຸຍາດໃຫ້ອີຣານ ກຳມະສິດອາວຸດນິວເຄຼຍກໍ່ຄືນາບຂູ່ໂລກ ດ້ວຍການສະໜອງອາວຸດທຳມະດາ ແລະ ລູກສອນໄຟນຳວິຖິ. ທ່ານ Donald Trump ກໍ່ໃຫ້ຮູ້ວ່າ ໄດ້ປະກາດໃຊ້ລັດຖະດຳລັດປະຕິບັດກົດໝາຍສະບັບໜຶ່ງທີ່ຟື້ນຟູບັນດາຄຳສັ່ງລົງໂທດຂອງ ສປຊ ແນໃສ່ອີຣານ ແລະ ຈັດວາງບັນດາຄຳສັ່ງລົງໂທດໃໝ່ ແລະ ຄວບຄຸມການສົ່ງອອກສຳລັບ ສ່ວນ 27 ຄົນ ທີ່ສະໜັບສະໜູນບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງນິວເຄຼຍ, ລູກສອນໄຟ ແລະ ອາວຸດທຳມະດາຂອງ ອີຣານ.

        ສ່ວນທ່ານ Javad Zharif ລັດຖະມົນຕີການຕ່າງປະເທດອີຣານໄດ້ປະຕິເສດບັນດາຄຳສັ່ງລົງໂທດຂອງອາເມລິກາ ແລະ ຖືວ່າ ການກະທຳຂອງອາເມລິກາບໍ່ມີຫຍັງໃໝ່  ແລະ ມັນຈະບໍ່ສົ່ງຜົນສະທ້ອນ ຕໍ່ອີຣານຫຼາຍ.

        ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ