ອາເມລິກາ ຈັດວາງຄຳສັ່ງລົງໂທດໃໝ່ຕໍ່ອີຣານ

(VOVWORLD) -ວັນທີ 30 ມັງກອນ, ອາເມລິກາ ໄດ້ຈັດວາງຄຳສັ່ງລົງໂທດໃໝ່ຕໍ່ອີຣານ, ເຖິງວ່າອະນຸຍາດໃຫ້ບາງການເຄື່ອນໄຫວປອດນິວເຄຼຍສືບຕໍ່ໄດ້ດຳເນີນຢູ່ປະເທດນີ້.

ອາເມລິກາ ຈັດວາງຄຳສັ່ງລົງໂທດໃໝ່ຕໍ່ອີຣານ - ảnh 1 ເຕເຮຣານ ຈະສືບຕໍ່ພັດທະນາໂຄງການນິວເຄຼຍຂອງປະເທດນີ້ ໂດຍບໍ່ຫົວຊາຕໍ່ຄຳສັ່ງລົງໂທດຂອງອາເມລິກາ

(ພາບປະກອບ: IRNA/TTXVN)

ຕາມນັ້ນແລ້ວ, ທ່ານລັດຖະມົນຕີການຄ້າອາເມລິກາ ໄດ້ແຈ້ງຄຳສັ່ງລົງໂທດໃໝ່ກັບອົງການພະລັງງານປະລະມານູອີຣານ ກໍ່ຄືຫົວໜ້າຂອງອົງການດັ່ງກ່າວ. ນີ້ໄດ້ຮັບຖືວ່າແມ່ນການກະທຳທີ່ອາດຈະສົ່ງຜົນກະທົບເຖິງໂຄງການພັດທະນາພະລັງງານປະລະມານູພົນລະເຮືອນຂອງອີຣານ. ແຕ່ເຖິງຢ່າງໃດກໍ່ຕາມ, ອາເມລິກາ ກໍ່ຕໍ່ກຳນົດເວລາ 60 ວັນສຳລັບເລື່ອງຍົກເລີກບາງຄຳສັ່ງລົງໂທດ ເພື່ອແນໃສ່ຊຸກຍູ້ວິວັດທະນາການຕິດຕາມກວດກາການເຄື່ອນໄຫວປອດນິວເຄຼຍຂອງອີຣານ.

          ແລະກໍ່ໃນວັນດຽວກັນ, ສຳນັກຂ່າວສານ Fars ຂອງອີຣານ ໄດ້ຄັດຄຳເວົ້າຂອງທ່ານ Behrouz Kamalvandi, ໂຄສົກອົງການພະລັງງານປະລະມານູອີຣານ ໂດຍຢືນຢັນວ່າ, ເຕເຮຣານ ຈະສືບຕໍ່ພັດທະນາໂຄງການນິວເຄຼຍຂອງປະເທດນີ້ ໂດຍບໍ່ຫົວຊາຕໍ່ຄຳສັ່ງລົງໂທດຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ