ອາ​ເມ​ລິ​ກາ ຈັດ​ສົ່ງ​ກໍ່າ​ປັ່ນ​​ເດີ່ນ​ບິນ 2 ລໍາ ​ໄປ​ຝຶກຊ້ອມການ​ທະຫານ​​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ອາເມລິກາ ພວມຈັດສົ່ງກໍ່າປັ່ນເດີ່ນບິນ 2 ລໍາ ໄປຝຶກຊ້ອມການທະຫານຢູ່ທະເລຕາເວັນອອກ ໃນສະພາບທີ່ ກອງທັບເຮືອ ຂອງ ຈີນ ກໍພວມຈັດຕັ້ງການຝືກຊ້ອມການທະຫານຢູ່ອ້ອມໝູ່ເກາະຮວ່າງຊາ ເຊິ່ງ ປັກກິ່ງ ຢຶດຄອງຂອງ ຫວຽດນາມ ເມື່ອປີ 1974.
ອາ​ເມ​ລິ​ກາ ຈັດ​ສົ່ງ​ກໍ່າ​ປັ່ນ​​ເດີ່ນ​ບິນ 2 ລໍາ ​ໄປ​ຝຶກຊ້ອມການ​ທະຫານ​​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ກໍ່າປັ່ນ USS Ronald Reagan  (ພາບ: USni/VOV)

ກໍ່າປັ່ນ USS Ronald Reagan  ແລະ USS Nimitz ພວມກະກຽມຈັດຕັ້ງບາງການຝຶກຊ້ອມການທະຫານ ທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງກອງທັບເຮືອ ອາເມລິກາ ໃນຊຸມປີມໍ່ໆມານີ້ ຢູ່ທະເລຕາເວັນອອກ, ເລີ່ມແຕ່ວັນທີ 04 ກໍລະກົດ ແລະ ກໍ່ກົງກັບວັນເວລາ ຈີນ ພວມຈັດຕັ້ງການຊ້ອມຮົບເຊັ່ນດຽວກັນ.

ກ່າວຄໍາເຫັນຕໍ່ວົງການນັກຂ່າວ, ແມ່ທັບເຮືອ Geogre Wikoff, ຜູ້ບັນຊາກຸ່ມກໍ່າປັ່ນບຸກໂຈມຕີ ໂດຍ ກໍ່າປັ່ນ USS Ronald Reagan  ນໍາໜ້າ ໃຫ້ຮູ້ວ່າ ຈຸດປະສົງຂອງການຝຶກຊ້ອມຄັ້ງນີ້ ແມ່ນເພື່ອສະແດງໃຫ້ບັນດາຄູ່ຮ່ວມມື ແລະ ສໍາພັນທະມິດ ເຫັນໄດ້ສັນຍານຈະແຈ້ງຂອງ ອາເມລິກາວ່າ ອາເມລິກາ ໃຫ້ຄໍາໝັ້້ນສັນຍາຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ.

ຟ້າມຮວັນ, ນັກຂ່າວ VOV ປະຈໍາ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ