ອາ​ເມ​ລິ​ກາ ຈັດ​ສົ່ງ​ເຮືອ​ບິນ​ຖິ້ມ​ລະ​ເບີດ​ຍຸດ​ທະ​ສາດ B-52 ໄປ​ຍັງ ຣູ​ມາ​ນີ

(VOVWORLD) - ອາເມລິກາ ໄດ້ຈັດສົ່ງເຮືອບິນຖິ້ມລະເບີດຍຸດທະສາດ B-52 ໄປຍັງຖານທີ່ໝັ້ນກອງທັບອາກາດ Mihail Kogalniceanu ຂອງ ຣູມານີ ໃນວັນທີ 22 ກໍລະກົດ.
ອາ​ເມ​ລິ​ກາ ຈັດ​ສົ່ງ​ເຮືອ​ບິນ​ຖິ້ມ​ລະ​ເບີດ​ຍຸດ​ທະ​ສາດ B-52 ໄປ​ຍັງ ຣູ​ມາ​ນີ - ảnh 1ເຮືອບິນຖີ້ມລະເບີດຍຸດທະສາດ B-52 ຂອງ ອາເມລິກາ (ພາບ: TTXVN)

 ເຫດການນີ້ແມ່ນສ້າງຂີດໝາຍເປັນຄັ້ງທຳອິດ ເຮືອບິນຖິ້ມລະເບີດຍຸດທະສາດ B-52 ລົງຈອດຢູ່ ຣູມານີ ເພື່ອຫນູນຊ່ວຍກຳລັງເຮືອບິນຖິ້ມລະເບີດຂອງ ເອີລົບ, ເພີ່ມທະວີກຳລັງແຮງໃຫ້ແກ່ເຂດທາງທິດຕາເວັນອອກຂອງ NATO. ນາຍພົນ James Hecker ຜູ້ບັນຊາການກຳລັງກອງທັບອາກາດ ອາເມລິກາ ຢູ່ ເອີລົບ ແລະ ກຳລັງກອງທັບອາກາດ ອາເມລິກາ ຢູ່ ອາຟິຼກາ (USAFE-AFAFRICA), ກໍ່ໄດ້ຢ້ຳຄືນຄຳໝັ້ນສັນຍາຂອງ ວໍຊິງຕັນ ໃນການຮ່ວມມືກັບ ຄູ່ຮ່ວມມື  NATO ຢູ່ ເຂດທາງທິດຕາເວັນອອກ. ເຈົ້າຫນ້າທີ່ທ່ານນີ້ໄດ້ເນັ້ນຫນັກເຖິງຄວາມສຳຄັນຂອງການຍົກສູງກຳລັງຄວາມສາມາດ ແລະ ການສົມທົບເພື່ອຮັກສາຄວາມປອດໄພ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ ພາກພື້ນ.


 

ຕອບກັບ

ຂ່າວ/ບົດ​ອື່ນ