ອາ​ເມ​ລິ​ກາ​ ຈັດ​ສົ່ງ​ເຮືອ​ບິນແບບ​ລ່ອງ​ຫົນ​ລຸ້ນ​ໃໝ່​ສຸດ ໄປ​ຊ້ອມ​ຮົບ​ຮ່ວມ​ຢູ່ ສ.ເກົາຫຼີ

(VOVWORLD) - ສ.ເກົາຫຼີ ແລະ ອາເມລິກາ ໄດ້ຈັດການຊ້ອມຮົບຮ່ວມ ດ້ວຍການເຂົ້າຮ່ວມຂອງເຮືອບິນປະມານ 30 ລຳ, ໃນນັ້ນ ມີເຮືອບິນສູ້ຮົບ F – 22 Raptor ຂອງ ອາເມລິກາ. 
ອາ​ເມ​ລິ​ກາ​ ຈັດ​ສົ່ງ​ເຮືອ​ບິນແບບ​ລ່ອງ​ຫົນ​ລຸ້ນ​ໃໝ່​ສຸດ ໄປ​ຊ້ອມ​ຮົບ​ຮ່ວມ​ຢູ່ ສ.ເກົາຫຼີ - ảnh 1ເຮືອບິນ F-35A ຂອງ ສ.ເກົາຫຼີ ແລະ  F-22 ຂອງ ອາເມລິກາ (ພາບ: Yonhap/TTXVN)

ວັນທີ 26 ມິຖຸນາ, ກຳລັງປ້ອງກັນອາກາດ ສ.ເກົາຫຼີ ແຈ້ງໃຫ້ຊາບວ່າ ປະເທດນີ້ ແລະ ອາເມລິກາ ໄດ້ຈັດການຊ້ອມຮົບຮ່ວມ ດ້ວຍການເຂົ້າຮ່ວມຂອງເຮືອບິນປະມານ 30 ລຳ, ໃນນັ້ນ ມີເຮືອບິນສູ້ຮົບ F – 22 Raptor ຂອງ ອາເມລິກາ. ນີ້ແມ່ນການຊ້ອມຮົບທາງອາກາດຮ່ວມ ຄັ້ງທີ 2 ລະຫວ່າງບັນດາສຳພັນທະມິດໃນປີນີ້, ລະດົມເຮືອບິນສູ້ຮົບ F – 35A ຂອງ ສ.ເກົາຫຼີ ແລະ  F – 22 ຂອງ ອາເມລິກາ,ເຊິ່ງໄດ້ຈັດເຂົ້າປະເພດເຮືອບິນສູ້ຮົບລຸ້ນທີ 5 ຫຼ້າສຸດ ແລະ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຍົນອາຍພົ່ນທີ່ແຮງທີ່ສຸດໃນໂລກ.

        ກຳລັງປ້ອງກັນທາງອາກາດ ສ.ເກົາຫຼີ ໃຫ້ຮູ້ວ່າ ການຊ້ອມຮົບດັ່ງກ່າວໄດ້ດຳເນີນຢູ່ເຂດນ່ານຟ້າທາງທິດຕາເວັນອອກຂອງປະເທດນີ້, ສຸມໃສ່ບັນດາເນື້ອໃນສົມທົບຍົກສູງຄວາມສາມາດຕີສະກັດກັ້ນທາງອາກາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ