ອາເມລິກາ ຈັດສັນແຫຼ່ງເງິນ 150 ລ້ານ ໂດລາສະຫະລັດເພື່ອໜູນຊ່ວຍປະຊາຊົນ ອາບການິດສະຖານ

(VOVWORLD) - ປະຈຸບັນ, 70% ຈຳນວນຄອບຄົວ ອາບການິດສະຖານ ບໍ່ສາມາດຕອບສະໜອງຄວາມຕ້ອງການພື້ນຖານໄດ້, ປະຊາຊົນປະມານ 22,8 ລ້ານຄົນ...
ອາເມລິກາ ຈັດສັນແຫຼ່ງເງິນ 150 ລ້ານ ໂດລາສະຫະລັດເພື່ອໜູນຊ່ວຍປະຊາຊົນ ອາບການິດສະຖານ - ảnh 1ແມ່ຍິງ ແລະ ເດັກນ້ອຍໄປອົບພະຍົບຢູ່ Helmand, Afghanistan ເມື່ອວັນທີ 28 ມີນາ 2021. (ພາບ: AFP/TTXVN)

ວັນທີ 13 ສິງຫາ, ທ່ານ Ned Price, ໂຄສົກຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ປະເທດນີ້ຈະຈັດສັນຕື່ມແຫຼ່ງເງິນ 150 ລ້ານໂດລາສະຫະລັດ ເພື່ອໜູນຊ່ວຍເດັກນ້ອຍ ແລະ ແມ່ຍິງ ອາບການິດສະຖານ, ພ້ອມທັງແກ້ໄຂສະພາບ ຂາດດ້ານສະບຽງອາຫານຢູ່ປະເທດ ອາຊີຕາເວັນຕົກສ່ຽງໃຕ້ນີ້.

ຂະບວນການ ຕາລີບານ ໄດ້ກຳແໜ້ນສິດຄວບຄຸມ ອາບການິດສະຖານ ແຕ່ເດືອນສິງຫາ ປີກາຍ. ໃນສະພາບຂາດສະຖຽນລະພາບດ້ານການເມືອງເຮັດໃຫ້ກະ ແສຟອງອົບພະຍົບຂອງຊາວ ອາບການິດສະຖານ ຮ້າຍແຮງກ່ວາ, ລັດຖະບານບາງປະເທດ ແລະ ບາງອົງການໄດ້ສະໜອງການໜູນຊ່ວຍແຕກຕ່າງກັນຕ່າງໆໃຫ້ແກ່ປະຊາຊົນຖືກ ຜົນສະທ້ອນຈາກວິກິດການກ່ຽວກັບຄວາມໝັ້ນຄົງ, ເສດຖະກິດ, ມະນຸດສະທຳ ນັບມື້ນັບເລິກເຊິ່ງ, ກ້ວາງຂວາງຢູ່ປະເທດນີ້. ປະຈຸບັນ, 70% ຈຳນວນຄອບຄົວ ອາບການິດສະຖານ ບໍ່ສາມາດຕອບສະໜອງຄວາມຕ້ອງການພື້ນຖານໄດ້, ປະຊາຊົນປະມານ 22,8 ລ້ານຄົນ (ເທົ່າກັບ 50% ປະຊາກອນ) ບໍ່ໄດ້ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ເດັກນ້ອຍ 3 ລ້ານຄົນມີໄພຈະຂາດສານອາຫານ.

ຕອບກັບ

ຂ່າວ/ບົດ​ອື່ນ