ອາເມລິກາ - ຈີນ ຄວນຮັບຮອງເອົາການຮ່ວມມື ເພື່ອຊຸກຍູ້ການພົວພັນ 2 ຝ່າຍ

(VOVWORLD) - ພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ອາເມລິກາ ອາດຈະ “ຕັດແຍກ” ແລະ ບໍ່ພົວພັນການຄ້າກັບ ຈີນ ນັ້ນ, ກະຊວງການຕ່າງປະເທດ ຈີນ ໄດ້ມີບັນດາປະຕິກິລິຍາຢ່າງແຮງ.
ອາເມລິກາ - ຈີນ ຄວນຮັບຮອງເອົາການຮ່ວມມື ເພື່ອຊຸກຍູ້ການພົວພັນ 2 ຝ່າຍ - ảnh 1ທ່ານໂຄສົກ ຈາວລີ້ຈຽນ (ພາບ: China Daily)

ທີ່ການພົບປະກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ເສດຖະກິດພົວພັນຕ່າງປະເທດ ຮຸງກາຣີ Peter Szijjarto ຢູ່ແຂວງ ກວາງຊີ, ຈີນ ໃນວັນທີ 24 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ຢັ້ງຢືນວ່າ ການພົວພັນທາງການທູດລະຫວ່າງ ຈີນ - ອາເມລິກາ ກ່ວາ 40 ປີຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ເພື່ອຮັກສາ ແລະ ເພີ່ມທະວີຜົນປະໂຫຍດຂອງປະຊາຊົນ 2 ປະເທດນັ້ນ ຈີນ ແລະ ອາເມລິກາ ຕ້ອງເພີ່ມເຕີມທ່າໄດ້ປຽບໃຫ້ກັນ ບໍ່ແມ່ນວ່າຈະແບ່ງແຍກ, ຕັດແຍກອອກຈາກກັ້ນ  ຄວນປະນິປະນອມກັນ, ຮ່ວມມືກັນຕ່າງຝ່າຍຕ່າງມີຜົນປະໂຫຍດ ເຊິ່ງບໍ່ແມ່ນປະທະກັນ, ສູ້ຢັນກັນ. ໃນຂະນະນັ້ນ, ທີ່ກອງປະຊຸມຖະແຫຼງຂ່າວໃນວັນດຽວກັນຂອງກະຊວງການຕ່າງປະເທດ ຈີນ, ທ່ານໂຄສົກ ຈາວລີ້ຈຽນ ກໍ່ຢັ້ງຢືນວ່າ ການຮ່ວມມືລະຫວ່າງ ຈີນ - ອາເມລິກາ ແມ່ນການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ແມ່ນການຮ່ວມມືຝ່າຍດຽວ.

 

ຕອບກັບ

ຂ່າວ/ບົດ​ອື່ນ