ອາ​ເມ​ລິ​ກາ, ຈີນ ຊຸກ​ຍູ້​ການ​ຮ່ວມ​ມື​ຈຳ​ກັດ​ການ​ປ່ອຍ​ອາຍ​ພິດ methane

(VOVWORLD) - ເລື່ອງ ອາເມລິກາ ແລະ ຈີນ, ເຊິ່ງເປັນສອງປະເທດທີ່ປ່ອຍອາຍພິດເຮືອນແກ້ວຫຼາຍທີ່ສຸດໃນໂລກ, ຮ່ວມມືກັນ ເພື່ອຈຳກັດການປ່ອຍອາຍພິດ methane ນັ້ນ ແມ່ນເນື້ອໃນໜຶ່ງໃນການເຄື່ອນໄຫວຂອງໝວດວຽກງານລວມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງ ອາເມລິກາ ແລະ ຈີນ ສ້າງຕັ້ງຂຶ້ນເມື່ອທ້າຍປີ 2023.
ອາ​ເມ​ລິ​ກາ, ຈີນ ຊຸກ​ຍູ້​ການ​ຮ່ວມ​ມື​ຈຳ​ກັດ​ການ​ປ່ອຍ​ອາຍ​ພິດ methane - ảnh 1(ພາບປະກອບ: Reuters)

ວັນທີ 19 ມີນາ, ທ່ານ Rick Duke ຮອງທູດພິເສດ ອາເມລິກາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໃຫ້ຮູ້ວ່າ ອາເມລິກາ ແລະ ຈີນ ພວມຊຸກຍູ້ການຮ່ວມມືຫຼຸດຜ່ອນການປ່ອຍອາຍພິດ methane, ພ້ອມທັງຕີລາຄາວ່າ ປັດຈຸບັນ, ພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໃນໂລກ ພວມມີໂອກາດຫຼຸດຜ່ອນການປ່ອຍອາຍພິດຈາກຂະແໜງຖ່ານຫີນທີ່ໃຫຍ່ຫຼວງ ດ້ວຍຄ່າໃຊ້ຈ່າຍຕ່ຳ ຫຼື ບໍ່ເສຍຄ່າ.

ຂໍ້ມູນດັ່ງກ່າວໂດຍທ່ານ Rick Duke ໄດ້ຍົກອອກມາຢູ່ນອກກອງປະຊຸມກ່ຽວກັບການຫຼຸດຜ່ອຍອາຍພິດ methane ຢູ່ ເຊີແນວ (ສະວິດ). ຕາມທ່ານ Duke ແລ້ວ, ເລື່ອງ ອາເມລິກາ ແລະ ຈີນ, ເຊິ່ງເປັນສອງປະເທດທີ່ປ່ອຍອາຍພິດເຮືອນແກ້ວຫຼາຍທີ່ສຸດໃນໂລກ, ຮ່ວມມືກັນ ເພື່ອຈຳກັດການປ່ອຍອາຍພິດ methane ນັ້ນ ແມ່ນເນື້ອໃນໜຶ່ງໃນການເຄື່ອນໄຫວຂອງໝວດວຽກງານລວມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງ ອາເມລິກາ ແລະ ຈີນ ສ້າງຕັ້ງຂຶ້ນເມື່ອທ້າຍປີ 2023.

       ອາຍພິດ methane ແມ່ນປັດໄຈໃຫຍ່ທີ 2 ທີ່ເຮັດໃຫ້ເກີດການປ່ຽນແປງຂອງດິນຟ້າອາກາດ, ຖັດຈາກທາດ ກາກບອນ.

ຕອບກັບ

ຂ່າວ/ບົດ​ອື່ນ