ອາເມລິກາ - ຈີນ ພວມແລກປ່ຽນກ່ຽວກັບການຢ້ຽມຢາມຂອງເຈົ້າໜ້າທີ່ສອງຝ່າຍ

(VOVWORLD) - ການພົວພັນລະຫວ່າງ ຈີນ - ອາເມລິກາ ສືບຕໍ່ສະພາບເຄັ່ງຕຶງໃນຊຸມເດືອນຕົ້ນປີ 2023. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ຍົກເລີກການໄປຢ້ຽມຢາມ ປັກກິ່ງ ໃນຕົ້ນເດືອນ ກຸມພາ...

ວັນທີ 10 ເມສາ, ທ່ານ John Kirby, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ເຖິງວ່າການພົວພັນ ອາເມລິກາ - ຈີນ ພວມຢູ່ໃນສະພາບຄວາມເຄັ່ງຕຶງ, ແຕ່ສອງຝ່າຍຍັງພວມເຈລະຈາໃຫ້ແກ່ການຢ້ຽມຢາມຈີນ ຂອງທ່ານນາງລັດຖະມົນຕີ ກະຊວງການເງິນ Janet Yellen ແລະ ທ່ານນາງລັດຖະມົນຕີກະຊວງການຄ້າ Gina Raimondo.

        ການພົວພັນລະຫວ່າງ ຈີນ - ອາເມລິກາ ສືບຕໍ່ສະພາບເຄັ່ງຕຶງໃນຊຸມເດືອນຕົ້ນປີ 2023. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ຍົກເລີກການໄປຢ້ຽມຢາມ ປັກກິ່ງ ໃນຕົ້ນເດືອນ ກຸມພາ ພາຍຫຼັງບາລູນສອດແນມບິນຜ່ານເຂດນ່ານຟ້າ ອາເມລິກາ. ຫວ່າງມໍ່ໆມານີ້, ປະທານສະພາຕ່ຳ ອາເມລິກາ ໄດ້ມີການພົບປະກັບການນຳ ໄຕ້ຫວັນ ທ໋າຍອິງອ໋ວນ ຢູ່ California ອັນໄດ້ກໍ່ໃຫ້ເກີດການຄັດຄ້ານຢ່າງແຮງຈາກຝ່າຍຈີນ. ສ່ວນຝ່າຍ ອາເມລິກາ, ທ່ານ John Kirby ໃຫ້ຮູ້ວ່າ: ອາເມລິກາ ປາດຖະໜາຢາກນຳການພົວພັນສອງຝ່າຍກັບຄືນສູ່ພື້ນຖານອັນດີງາມກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ