ອາ​ເມ​ລິ​ກາ, ຈີນ ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ບັນ​ດາ​ຊ່ອງ​ທາງ​ຕິດ​ຕໍ່​ພົວ​ພັນ​ເປີດ

(VOVWORLD) - ວັນທີ 27 ມິຖຸນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Kurt Campbell ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງຈີນ ໝ້າຈາວຊຸຍ. ການໂອ້ລົມທາງໂທລະສັບນີ້ ແມ່ນໝາກຜົນແຫ່ງຄວາມມານະພະຍາຍາມຂອງສອງປະເທດ ແນໃສ່ຮັກສາບັນດາຊ່ອງທາງຕິດຕໍ່ພົວພັນເປີດ ແລະ ຄຸ້ມຄອງການແກ້ງແຍ້ງຢ່າງມີຄວາມຮັບຜິດຊອບ.
ອາ​ເມ​ລິ​ກາ, ຈີນ ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ບັນ​ດາ​ຊ່ອງ​ທາງ​ຕິດ​ຕໍ່​ພົວ​ພັນ​ເປີດ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ   Kurt Cambell  (ພາບ: AFP/TTXVN)

ສອງຝ່າຍໄດ້ປຶກສາຫາລືບັນດາບັນຫາສອງຝ່າຍ, ພາກພື້ນ ແລະ ທົ່ວໂລກ, ລວມທັງບັນດາຂົງເຂດຮ່ວມມື ແລະ ຍັງມີຄວາມບໍ່ລົງລອຍກັນ. ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຍົກອອກຄວາມວິຕົກກັງວົນທີ່ກ່ຽວຂ້ອງເຖິງການກະທຳຂາດສະຖຽນລະພາບໃນຫວ່າງມໍ່ໆມານີ້ຢູ່ ທະເລຕາເວັນອອກ. ພ້ອມທັງຢັ້ງຢືນການສະໜັບສະໜູນຂອງ ອາເມລິກາ ສຳລັບສິດເສລີໃນການເດີນເຮືອ ແລະ ການບິນ ກໍຄືການແກ້ໄຂບັນດາຄວາມຂັດແຍ້ງກັນໂດຍສັນຕິວິທີ ອີງຕາມກົດໝາຍສາກົນ. ທ່ານຮອງລັດຖະມົນຕີ  Kurt Cambell ກໍຢ້ຳຄືນຄຳໝັ້ນສັນຍາຢ່າງແນວແນ່ຂອງ ອາເມລິກາ ສຳລັບ ຟີລິບປິນ ຕາມສົນທິສັນຍາປ້ອງກັນຕົວ ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ ຊ່ອງແຄບທະເລ ໄຕ້ຫວັນ. ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ກໍຍັງໄດ້ເຕື້ອງເຖິງບັນດາສິ່ງທ້າທາຍໃນແຫຼມເກົາຫຼີ ອີກດ້ວຍ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ