ອາເມລິກາ, ຈີນ ເຊື່ອມຕໍ່ການເຈລະຈາກ່ຽວກັບການຕິດຕໍ່ສື່ສານດ້ານການທະຫານຄືນໃຫມ່

(VOVWORLD) - ການເຈລະຈາໃນສັບປະດານີ້ ບັນດາເຈົ້າຫນ້າທີ່ ອາເມເລິກາ ແລະ ຈີນ ໄດ້ປຶກສາຫາລືລັກສະນະເປັນມືອາຊີບ ແລະ ຄວາມປອດໄພໃນການເຄື່ອນໄຫວການເດີນທະເລ ແລະ ການບິນ.

ໃນຖະແຫລງການອອກ ວັນທີ 5 ເມສາ, ກອງບັນຊາການ ມະຫາສະມຸດອິນເດຍ - ປາຊີຟິກ ອາມເລິກາ (INDOPACOM) ໃຫ້ຮູ້ວ່າ: ບັນດາຜູ້ຕາງຫນ້າກອງທັບຂອງ ອາເມລິກາ ແລະຈີນ ໄດ້ດຳເນີນການເຈລະຈາຂອງຫນ່ວຍງານກ່ຽວກັບຂໍ້ຕົກລົງປຶກສາຫາລືດ້ານການທະຫານເຮືອ ຢູ່ Hawaii (ອາເມລິກາ) ແຕ່ວັນທີ 2 -4 ເມສາ ຫວ່າງແລ້ວນີ້. ນີ້ແມ່ນການເຈລະຈາເປັນຄັ້ງທຳອິດກ່ຽວກັບການຕິດຕໍ່ສື່ສານດ້ານການທະຫານລະຫວ່າງ ສອງປງະເທດ ນັບແຕ່ການເຈລະຈາແບບທາງໄກໃນທ້າຍປີ 2021.

ທ່ານ Ian Francis, ພັນເອກ ກອງທັບບົກ, ຫົວຫນ້າ ຄະນະເຈລະຈາ ຂອງອາເມລິກາ ໃຫ້ຮູ້ວ່າ:   ການປຶກສາຫາລືຄັ້ງນີ້ ແມ່ນ “ເຄື່ອງມືຫລັກເພື່ອໃຫ້ INDOPACOM ປຶກສາຫາລືໂດຍກົງກ່ຽວກັບຄວາມປອດໄພໃນບັນດາການເຄື່ອນໄຫວທາງອາກາດ ແລະ ບົນທະເລ” ກັບກອງທັບຈີນ. ທ່ານເນັ້ນຫນັກຢ່າງແຮງເຖິງຄວາມສຳຄັນຂອງການຕິດຕໍ່ສື່ສານກັບກອງທັບຈີນ ຢ່າງເປີດອົກເປີດໃຈ, ໂດຍກົງ ແລະ ຈະແຈ້ງກໍ່ຄືທັງໝົດກຳລັງການທະຫານອື່ນໃນພາກພື້ນ ເພື່ອຫລີກລ້ຽງຂໍ້ມູນທີ່ຜິດເຂວ. ທີ່ການເຈລະຈາໃນສັບປະດານີ້ ບັນດາເຈົ້າຫນ້າທີ່ ອາເມເລິກາ ແລະ ຈີນ ໄດ້ປຶກສາຫາລືລັກສະນະເປັນມືອາຊີບ ແລະ ຄວາມປອດໄພໃນການເຄື່ອນໄຫວການເດີນທະເລ ແລະ ການບິນ.

ຕອບກັບ

ຂ່າວ/ບົດ​ອື່ນ