ອາເມລິກາ - ຈີນ ເລີ່ມດໍາເນີນການເຈລະຈາດ້ານການຄ້າຮອບໃໝ່ ຢູ່ ປັກກິ່ງ

(VOVWORLD) -  ວັນທີ 01 ພຶດສະພາ, ຈີນ ແລະ ອາເມລິກາ ເລີ່ມດໍາເນີນການເຈລະຈາດ້ານການຄ້າຮອບໃໝ່ ຢູ່ນະຄອນຫຼວງ ປັກກິ່ງ ປະເທດ ຈີນ.
ອາເມລິກາ - ຈີນ ເລີ່ມດໍາເນີນການເຈລະຈາດ້ານການຄ້າຮອບໃໝ່ ຢູ່ ປັກກິ່ງ - ảnh 1ຜູ້ຕາງໜ້າດ້ານການຄ້າ Robert Lighthizer,  ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ແລະ ທ່ານລັດຖະມົນຕີກະຊວງການເງິນ Steven Mnuchin (ພາບ: THX/TTXVN)

ຄະນະເຈລະຈາ ຂອງ ອາເມລິກາ ໂດຍທ່ານລັດຖະມົນຕີກະຊວງການເງິນ Steven Mnuchin ພ້ອມດ້ວຍຜູ້ຕາງໜ້າດ້ານການຄ້າ Robert Lighthizer ນໍາໜ້າ.

        ສອງຝ່າຍ ຈະດໍາເນີນບັນດາການປຶກສາຫາລືທີ່ແກ່ຍາວເປັນເວລາ 01 ວັນ. ກ່ອນໜ້ານັ້ນ, ທ່ານລັດຖະມົນຕີ Mnuchin  ໃຫ້ຮູ້ວ່າ ສອງຝ່າຍໄດ້ມີການເຮັດວຽກຢ່າງດີງາມ ເມື່ອຄະນະເຈລະຈາຝ່າຍ ອາເມລິກາ ໄປຮອດ ປັກກິ່ງ ໃນຕອນຄໍ່່າວັນທີ 30 ເມສາ. ພາຍຫຼັງຮອບເຈລະຈາຄັ້ງນີ້, ໃນອາທິດຈະມາເຖິງ,  ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ຈະເດີນທາງໄປ ວໍຊີງຕັນ ເພື່ອເຂົ້າຮ່ວມຮອບເຈລະຈາຄັ້ງຕໍ່ໄປ, ເຊິ່ງໄດ້ຮັບຖືວ່າ ແມ່ນການເຈລະຈາຮອບສຸດທ້າຍຂອງວິວັດການເຈລະຈາ.

        ກ່ອນທີ່ດໍາເນີນການເຈລະຈາຮອບດັ່ງກ່າວ, ວັນທີ 25 ເມສາ ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່່າ ທ່ານຈະຕ້ອນຮັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢູ່່ທໍານຽບຂາວ ໃນໄວໆນີ້ ເພື່ອແນໃສ່ສ້າງຕັ້ງພື້ນຖານໃຫ້ແກ່ຂໍ້ຕົກລົງດ້ານການຄ້າທີ່ມີຄວາມສາມາດບົ່ມຊ້ອນ ລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ