ອາເມລິກາ - ຈີນ ເລີມຕົ້ນການເຈລະຈາດ້ານການຄ້າຂັ້ນສູງຮອບໃໝ່

(VOVWORLD) -ນີ້ແມ່ນການເຈລະຈາດ້ານການຄ້າຂັ້ນສູງຮອບທີສອງ ລະຫວ່າງສອງພື້ນຖານເສດຖະກິດແຖວໜ້າຂອງໂລກ ໃນຄວາມມານະພະຍາຍາມແກ້ໄຂການຂັດແຍ້ງກັນດ້ານການຄ້າ ທີ່ມີການກໍານົດເວລາສຸດທ້າຍແມ່ນວັນທີ 01 ມີນາ. 

ຈີນ ແລະ ອາເມລິກາ ໄດ້ ເລີ່ມຕົ້ນການເຈລະຈາດ້ານການຄ້າຂັ້ນສູງຮອບໃໝ່ຢູ່ປັກກິ່ງ ເຊິ່ງເລີ່ມດໍາເນີນແຕ່ຕອນເຊົ້າວັນທີ 14 ກຸມພາ. ບັນດາການເຈລະຈາຖືກດໍາເນີນມາເປັນເວລາສອງວັນ. ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ພ້ອມກັບ ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ ແລະ ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer ເປັນປະທານຮ່ວມບັນດາການເຈລະຈາ. ຜູ້ວ່າການທະນາຄານສູນກາງຈີນ  ອີ່ກາງ ກໍໄດ້ເຂົ້າຮ່ວມການເຈລະຈາດັ່ງກ່າວ.

ອາເມລິກາ - ຈີນ ເລີມຕົ້ນການເຈລະຈາດ້ານການຄ້າຂັ້ນສູງຮອບໃໝ່ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ພ້ອມກັບ ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ ແລະ ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer  (ພາບ: AFP)

        ນີ້ແມ່ນການເຈລະຈາດ້ານການຄ້າຂັ້ນສູງຮອບທີສອງ ລະຫວ່າງສອງພື້ນຖານເສດຖະກິດແຖວໜ້າຂອງໂລກ ໃນຄວາມມານະພະຍາຍາມແກ້ໄຂການຂັດແຍ້ງກັນດ້ານການຄ້າ ທີ່ມີການກໍານົດເວລາສຸດທ້າຍແມ່ນວັນທີ 01 ມີນາ. ຮອບເຈລະຈາກ່ອນໜ້ານັ້ນ ຖືກຈັດຂຶ້ນຢູ່ ວໍຊິງຕັນ ໃນທ້າຍເດືອນມັງກອນທີ່ຜ່ານມາ ໄດ້ຮັບການຕີລາຄາວ່າ ບັນລຸຄວາມຄືບໜ້າຈໍານວນໜຶ່ງ, ແຕ່ບໍ່ມີຂໍ້ຕົກລົງໃດໆ ໄດ້ຮັບການປະກາດ.

        ຕາມສໍານັກຂ່າວສານ Bloomberg, ທ່ານປະທານາທິບໍດີ ອາເມລິກາ Donald Trump ພວມຄິດໄລ່ຊັ່ງຊາຕໍ່ກໍານົດເວລາຕື່ມອີກ 60 ວັນ ສໍາລັບກໍານົດເວລາສຸດທ້າຍທີ່ຈະຈັດວາງອັດຕາພາສີຢູ່່ໃນລະດັບສູງ ສໍາລັບສິນຄ້າທີ່ນໍາເຂົ້າຈາກຈີນ ທີ່ມີມູນຄ່າ 200 ຕື້ USD ຄືວັນທີ 01 ມີນາ. ເມື່ອຄັດສະເໜີບັນດາແຫຼ່ງຂ່າວທີ່ບໍ່ໃຫ້ເຜີຍຊື່ນັ້ນ, ສໍານັກຂ່າວສານ Bloomberg ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump  ພວມຄິດໄລ່ຊັ່ງຊາແກ່ຍາວກໍານົດເວລາສຸດທ້າຍ ເພື່ອມີເວລາເພີ່ມເຕີມໃຫ້ແກ່ບັນດາການເຈລະຈາ ກ່ຽວກັບດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ