ອາເມລິກາ ຈັບຕົວບັນດາເປົ້າໝາຍ ກ່ຽວຂ້ອງເຖິງເຫດການກໍ່ການຮ້າຍຢູ່ Boston ຕື່ມອີກ

ອາເມລິກາ ຈັບຕົວບັນດາເປົ້າໝາຍ ກ່ຽວຂ້ອງເຖິງເຫດການກໍ່ການຮ້າຍຢູ່ Boston ຕື່ມອີກ - ảnh 1
Dzhokhar Tsarnaev(ເບື້ອງຂວາ) ແລະ ເພື່ອນ 2 ຄົນ Azamat Tazhayakov ​ແລະ Dias Kadyrbayev
(ພາບ: dantri.com)

(vovworld) - ວົງການ​ປະຕິບັດ​ກົດ​ໝາຍ​ຂອງ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ຕອນ​ເຊົ້າ​ວັນ​ທີ 1/5, ​ເຂົາ​ເຈົ້າ​ໄດ້​ຈັບ​ຕົວເປົ້າ​ໝາຍຕື່ມ​ອີກ 3 ​​ຄົນໃນ​ການ​ສືບສວນ​ເປີດ​ກ້ວາງ​ທີ່​ກ່ຽວຂ້ອງ​ເຖິງ​ເຫດການ​ວາງ​ລູກ​ລະ​ເບີດ 2 ຄັ້ງ​ເມື່ອ​ວັນ​ທີ 15/4 ​ຜ່ານ​ມາ​ຢູ່​ນະຄອນ Boston, ລັດ Massachusetts, ​ເຮັດ​​ໃຫ້ 3 ຄົນ​ເສຍ​ຊີວິດ ​ແລະ 260 ຄົນ​ຖືກ​ຮັບ​ບາດ​ເຈັບ. ​​ເປົ້າ​ໝາຍ 2 ຄົນ​ຖືກ​ຈັບ​ຕົວ​ແມ່ນ Azamat Tazhayakov ​ແລະ Dias Kadyrbayev ດ້ວຍ​ໂທດ​ສະກັດ​ກັ້ນ​ວຽກ​ງານ​ຂອງ​ອົງການ​ປະຕິບັດ​ກົດໝາຍ. ​ເປົ້າ​ໝາຍ 2 ຄົນ​ດັ່ງກ່າວ​ລ້ວນ​ແຕ່​ມາ​ຈາກ Kazakhstan, ​ແມ່ນ​ເພື່ອນ​ຮຽນ​​ໃນ​ມະ​ຫາ​ວິທະຍາ​ໄລ​ດຽວ​ກັນກັບຜູ້​ຖືກ​ສົງ​ໃສ ກໍ່​ການ​ຮ້າຍ Dzhokhar Tsarnaev, ປະຈຸ​ບັນ​ພວມ​ຖືກ​ຄຸ້ມ​ຂັງ​ໃນ​ຄຸກ​ພິ​ເສດ. ​ເຂົາ​ເຈົ້າ​​ໄດ້​ຕັ້ງ​ໃຈ​ທຳລາຍ​ຂອງ​ກາງ​ແມ່ນ ບາ​ໂລ​ບັນຈຸບັ້ງ​ໄຟ​ດອກ ​ແລະ ຄອມ​ພິວ​ເຕີ ຂອງ Dzhokhar, ອັນ​ໄດ້​ກີດຂວາງ​ວຽກ​ງານ​​ຂອງ​ນັກ​ສືບສວນ. ​ເປົ້າ​ໝາຍ​ທີ 3 ​ແມ່ນ Robel Phillipos, ພົນລະ​ເມືອງ ​ອາ​ເມ​ລິ​ກາ ຖືກ​ກ່າວໂທ​ດ​​ຫຼອກ​ລວງ ​ເມື່ອ​ສະໜອງ​ຂໍ້​ມູນ​ຂ່າວ​ປອມ​ໃຫ້​ບັນດາ​ນັກ​ສືບ​ສວນ.

 

ຂ່າວ/ບົດ​ອື່ນ