ອາເມລິກາ ຈະດຳເນີນການຊ້ອມຮົບກັບ ສ.ເກົາຫຼີ ພາຍຫລັງ Paralympic PyeongChang 2018

(VOVWORLD) - ອາເມລິກາ ແລະ ສ.ເກົາຫຼີ ປ່ຽນແປງໄລຍະເວລາດຳເນີນບັນດາການຊ້ອມຮົບດັ່ງກ່າວ ຍ້ອນເຫດຜົນຫລາຍຢ່າງ,
ອາເມລິກາ ຈະດຳເນີນການຊ້ອມຮົບກັບ ສ.ເກົາຫຼີ ພາຍຫລັງ Paralympic PyeongChang 2018 - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແໜ່ງ ສ.ເກົາຫຼີ Moon Jae-in (ພາບ: Yonhap)

ວັນທີ 04 ມັງກອນ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Jim Mattis ໃຫ້ຮູ້ວ່າ: ເລື່ອງ ອາເມລິກາ ຕັດສິນໂຈະບັນດາການຊ້ອມຮົບ “ນົກອິນຊີນ້ອຍ” (Foal Eagle) ກັບ ສ.ເກົາຫຼີ ໄວ້ ຈົນເຖິງພາຍຫລັງງານມະຫາກຳ (Olympic) ລະດູໜາວ 2018 ດຳ ເນີນຢູ່ນະຄອນ PyeongChang ຂອງ ສ.ເກົາຫຼີ ແຕ່ວັນທີ 09 – 25 ກຸມພາ ຈະມາເຖິງ ຍ້ອນສາຍເຫດຕົວຈິງ ແລະ ພະລາທິການ ຫາກບໍ່ແມ່ນການກະທຳດ້ານການເມືອງ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານລັດຖະມົນຕີ Mattis ຊີ້ແຈ້ງວ່າ: ອາເມລິກາ ແລະ ສ.ເກົາຫຼີ ປ່ຽນແປງໄລຍະເວລາດຳເນີນບັນດາການຊ້ອມຮົບດັ່ງກ່າວ ຍ້ອນເຫດຜົນຫລາຍຢ່າງ, ໃນນັ້ນ ເນັ້ນໜັກວ່າ ງານມະຫາກຳກິລານີ້ ແມ່ນເຫດການໃຫຍ່ກ່ວາໝູ່ກ່ຽວກັບການທ່ອງທ່ຽວສາກົນຂອງ ສ.ເກົາຫຼີ. ຕາມທ່ານລັດຖະມົນຕີ Mattis ແລ້ວ, ບັນດາການຊ້ອມຮົບດັ່ງກ່າວ ຈະດຳເນີນໄປ ພາຍຫລັງສິ້ນສຸດງານມະຫາກຳກິລາທີ່ສະຫງວນໃຫ້ຄົນພິການ (Paralympic) ໃນວັນທີ 18 ມີນາ ຈະມາເຖິງ.

        ກ່ອນໜ້ານັ້ນ, ໃນການໂອ້ລົມທາງໂທລະສັບຂອງວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແໜ່ງ ສ.ເກົາຫຼີ Moon Jae-in ໄດ້ເຫັນດີນຳກັນວ່າ ຫລຸດຜ່ອນຄວາມເຄັ່ງຕຶງໃນໄລຍະດຳເນີນງານມະຫາກຳກິລາ ແລະ ບັນດາກຳລັງປະກອບອາວຸດຂອງ ອາເມລິກາ ແລະ ສ.ເກົາຫຼີ ສາມາດສຸມໃສ່ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ເຫດການກິລານີ້.

        ແລະກໍ່ໃນວັນດຽວກັນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ໃຫ້ຮູ້ວ່າ: ມົດສະກູ ຊົມເຊີຍຄຳຕັດສິນໂຈະການຊ້ອມຮົບຂອງ ອາເມລິກາ ແລະ ສ.ເກົາຫຼີ ໄວ້ ເນື່ອງໃນໂອກາດດຳເນີນງານມະຫາກຳກິລາລະດູໜາວ 2018.

ຕອບກັບ

ຂ່າວ/ບົດ​ອື່ນ