ອາ​ເມ​ລິ​ກາ ຈະ​ບໍ່​ຈັດ​ວາງ​ອັດ​ຕາພາ​ສີ ຫຼື ຄຳ​ສັ່ງ​ລົງ​ໂທດ​ສຳ​ລັບ ສິນ​ຄ້າ​ສົ່ງ​ອອກ​ຂອງ ຫວຽດ​ນາມ

(VOVWORLD) -ໃນບົດລາຍງານ ທີ່ໄດ້ປະກາດໃຊ້ໃນວັນທີ 15 ມັງກອນ ຂອງ USTR ແມ່ນບໍ່ໄດ້ເຕື້ອງເຖິງ ຫຼື ສະເໜີໃຫ້ ລັດຖະບານ ອາເມລິກາ ຈັດວາງອັດຕາພາສີ ຫຼື ຈັດວາງມາດຕະການລົງໂທດ ສຳລັບສິນຄ້າສົ່ງອອກຂອງ ຫວຽດນາມ. 
ອາ​ເມ​ລິ​ກາ ຈະ​ບໍ່​ຈັດ​ວາງ​ອັດ​ຕາພາ​ສີ ຫຼື ຄຳ​ສັ່ງ​ລົງ​ໂທດ​ສຳ​ລັບ ສິນ​ຄ້າ​ສົ່ງ​ອອກ​ຂອງ ຫວຽດ​ນາມ - ảnh 1(ພາບປະກອບ: baodautu.vn)

        ຕາມແຫຼ່ງຂ່າວທີ່ສະໜອງແກ່ສື່ມວນຊົນ ໃນຕອນບ່າຍວັນທີ 16 ມັງກອນ ໃຫ້ຮູ້ວ່າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຊີ້ແຈ້ງວ່າ  ວັນທີ 15 ມັງກອນ USTR ໄດ້ປະກາດໃຊ້ບົດລາຍງານ ກ່ຽວກັບການ ສືບສວນຕາມມາດຕາທີ 301 ສຳລັບບັນດາການກະທຳ, ນະໂຍບາຍ ແລະ ການເຄື່ອນໄຫວຂອງ ຫວຽດນາມ ທີ່ກ່ຽວຂ້ອງເຖິງບັນຫາກຳນົດລາຄາເງິນຕາຕ່ຳ ຢ່າງເປັນທາງການ. ເນື້ອໃນຂອງບົດລາຍງານດັ່ງກ່າວ ໄດ້ສະໜອງຂໍ້ມູນໂດຍສັງເຂບກ່ຽວກັບການເຫດການດັ່ງກ່າວ, ລວມມີສາຍເຫດ ແລະ ຈຸດປະສົງ ທີ່ USTR ຈຳເປັນຕ້ອງດຳເນີນການສືບສວນດັ່ງກ່າວ.

        ຕາມກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ໃນບົດລາຍງານ ທີ່ໄດ້ປະກາດໃຊ້ໃນວັນທີ 15 ມັງກອນ ຂອງ USTR ແມ່ນບໍ່ໄດ້ເຕື້ອງເຖິງ ຫຼື ສະເໜີໃຫ້ ລັດຖະບານ ອາເມລິກາ ຈັດວາງອັດຕາພາສີ ຫຼື ຈັດວາງມາດຕະການລົງໂທດ ສຳລັບສິນຄ້າສົ່ງອອກຂອງ ຫວຽດນາມ. ກະຊວງອຸດສາຫະກຳ ແລະ ການຄ້າ ກໍຊົມເຊີຍການສະຫຼຸບຂອງ USTR ທີ່ໄດ້ລະບຸໃນບົດລາຍງານດັ່ງກ່າວ. ການຕັດສິນຂອງ USTR ແມ່ນມີຄວາມໝາຍຢ່າງຕັ້ງໜ້າຕໍ່ການພົວພັນການຄ້າສອງຝ່າຍ, ສະພາບແວດລ້ອມດຳເນີນທຸລະກິດ, ການລົງທຶນຢູ່ ຫວຽດນາມ ແລະ ການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດ.

        ແຫຼ່ງຂ່າວຈາກກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ, ພາຍຫຼັງບົດລາຍງານດັ່ງກ່າວໄດ້ປະກາດໃຊ້, ທ່ານຮອງປະທານຝ່າຍບໍລິຫານ ຫ້ອງການການຄ້າ ອາເມລິກາ Myron Brilliant ໄດ້ປະກາດໃຫ້ປະຊາຄົມວິສາຫະກິດຂອງປະເທດນີ້ ຊົມເຊີຍຕໍ່ເລື່ອງອຳນາດການປົກຄອງ ອາເມລິກາ ທີ່ຈະບໍ່ຈັດວາງອັດຕາພາສີສຳລັບສິນຄ້າສົ່ງອອກຂອງ ຫວຽດນາມ. ຫວຽດນາມ ຖືການພົວພັນດ້ານເສດຖະກິດ, ການຄ້າ ກັບ ອາເມລິກາ ເປັນສຳຄັນ ແລະ ຖືວ່າ ນີ້ແມ່ນເສົາຄ້ຳສຳຄັນ, ແມ່ນກຳລັງໜູນຊຸກຍູ້ການພົວພັນສອງຝ່າຍກັບ ອາເມລິກາ ຢ່າງແຮງ.

        ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຄວາມມານະພະຍາຍາມເປີດປະຕູຕະຫຼາດ, ເພີ່ມທະວີການເຄື່ອນໄຫວເຈລະຈາຜ່ານການກົນໄກຂອງ ສະພາ TIFA, ປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງຝ່າຍຢ່າງເຂັ້ມງວດ ເພື່ອແນໃສ່ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຕອບກັບ

ຂ່າວ/ບົດ​ອື່ນ