ອາເມລິກາ ຈະປະກາດແຜນການສັນຕິພາບຕາເວັນອອກກາງໃນອາທິດຈະມາເຖິງ

(VOVWORLD) -ທ່ານ D.Trump ຢືນຢັນວ່າ, ຊາວປາແລັດສະຕິນ ຈະມີປະຕິກິລິຍາຢ່າງຮ້າຍແຮງຕໍ່ແຜນການຂອງທ່ານ, ແຕ່ສິ່ງນັ້ນນຳມາເຊິ່ງຜົນປະໂຫຍດໃຫ້ແກ່ເຂົາເຈົ້າ.

ອາເມລິກາ ຈະປະກາດແຜນການສັນຕິພາບຕາເວັນອອກກາງໃນອາທິດຈະມາເຖິງ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump ຈະປະກາດແຜນການສັນຕິພາບ ຕາເວັນອອກກາງ

(ພາບປະກອບ: REUTERS)

ວັນທີ 23 ມັງກອນ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ຈະປະກາດແຜນການສັນຕິພາບ ເຊິ່ງໄດ້ຮັບຄວາມລໍຄອຍແຕ່ດົນນານມາແລ້ວໃຫ້ແກ່ຕາເວັນອອກກາງ ກ່ອນການໄປຢ້ຽມຢາມອາເມລິກາ ຂອງທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu ໃນອາທິດຈະມາເຖິງ.

          ກ່າວຄຳເຫັນຕໍ່ໜ້າບັນດານັກຂ່າວເມື່ອພວມເດີນທາງໄປ Miami ເພື່ອເຂົ້າຮ່ວມເຫດການດ້ານການເມືອງ, ທ່ານ D.Trump ຢືນຢັນວ່າ, ຊາວປາແລັດສະຕິນ ຈະມີປະຕິກິລິຍາຢ່າງຮ້າຍແຮງຕໍ່ແຜນການຂອງທ່ານ, ແຕ່ສິ່ງນັ້ນນຳມາເຊິ່ງຜົນປະໂຫຍດໃຫ້ແກ່ເຂົາເຈົ້າ. ຄາດວ່າ, ທ່ານປະທານາທິບໍດີ D.Trump ຈະຕ້ອນຮັບທ່ານນາຍົກລັດຖະມົນຕີ Benjamin Netanyahu ຢູ່ທຳນຽບຂາວ ໃນວັນທີ 28 ມັງກອນ.

ຕອບກັບ

ຂ່າວ/ບົດ​ອື່ນ