ອາເມລິກາ ຈະສືບຕໍ່ເຈລະຈາກັບ ອິດສະຣາແອນ ກ່ຽວກັບການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່

(VOVWORLD) - ວັນທີ 01/05 ໂຄສົກທຳນຽບຂາວທ່ານ Sean Spicer ໃຫ້ຮູ້ວ່າ: ອຳນາດການປົກຄອງ ອາເມລິກາ 
ອາເມລິກາ ຈະສືບຕໍ່ເຈລະຈາກັບ ອິດສະຣາແອນ ກ່ຽວກັບການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ - ảnh 1 (ພາບປະກອບ / AFP/TTXVN)

 ຈະສືບຕໍ່ປຶກສາຫາລືກັບ ອິດສະລາແອນ ກ່ຽວກັບການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ຢູ່ບັນດາເຂດແຄ້ວນ ປາແລດສະຕິນ ຖືກຢຶດຄອງ. ໃນການປະຊຸມຂ່າວປະຈຳໄລຍະ ທ່ານ Sean Spicer ຊີ້ແຈ້ງວ່າ: “ຂ້າພະເຈົ້າຢັ້ງຢືນວ່າ ພວກຂ້າພະເຈົ້າຈະສືບຕໍ່ແລກປ່ຽນກັບຄຳເຫັນກັບທ່ານນາຍົກລັດຖະມົນຕີ ອິດສະລາແອນ Benjamin Netanyahu ກ່ຽວກັບການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ຂອງ ອິດສະລາແອນ. ນັ້ນຈະແມ່ນບັນຫາເຊິ່ງທ່ານປະທານາທິບໍດີ Donal Trump ຈະສືບຕໍ່ປຶກສາຫາລື”.

        ກ່ອນໜ້ານັ້ນ ວັນທີ 28/04 ເຈົ້າໜ້າທີ່ ອິດສະລາແອນ ຖະແຫຼງວ່າ ປະເທດນີ້ ຈະກໍ່ສ້າງເຮືອນຢູ່ 15.000 ຫລັງຢູ່ Jerusalem ຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ