ອາເມລິກາ ຈະເຊື່ອມຕໍ່ການເຈລະຈາກັບ ຕາລີບານ ຄືນໃໝ່ໃນອາທິດຈະມາເຖິງ

(VOVWORLD) -ທ່ານ Tom West ຈະນຳໜ້າຄະນະເພື່ອເຂົ້າຮ່ວມບັນດາການໂອ້ລົມສົນທະນາ ເຊິ່ງຄາດວ່າ ຈະແກ່ຍາວເປັນເວລາ 2 ອາທິດ.
ອາເມລິກາ ຈະເຊື່ອມຕໍ່ການເຈລະຈາກັບ ຕາລີບານ ຄືນໃໝ່ໃນອາທິດຈະມາເຖິງ - ảnh 1ໂຄສົກກະຊວງການຕ່າງປະເທດ ອາເມລິກາ Ned Price
(ພາບ: AFP/TTXVN)

ວັນທີ 23 ພະຈິກ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ Ned Price ໃຫ້ຮູ້ວ່າ, ອາເມລິກາ ຈະເຊື່ອມຕໍ່ການເຈລະຈາກັບ ຕາລີບານ ຄືນໃໝ່ໃນອາທິດຈະມາເຖິງຢູ່ ກາຕາ, ໃນນັ້ນຈະແກ້ໄຂບັນຫາຕ່າງໆລວມມີ ການຕໍ່ສູ້ຕ້ານການກໍ່ການຮ້າຍ, ວິກິດການມະນຸດສະທຳຢູ່ ອາບການິດສະຖານ ພ້ອມກັບຫຼາຍບັນຫາອື່ນໆອີກ.

        ຜູ້ຕາງໜ້າພິເສດຂອງ ອາເມລິກາ ກ່ຽວກັບ ອາບການິດສະຖານ ທ່ານ Tom West ຈະນຳໜ້າຄະນະເພື່ອເຂົ້າຮ່ວມບັນດາການໂອ້ລົມສົນທະນາ ເຊິ່ງຄາດວ່າ ຈະແກ່ຍາວເປັນເວລາ 2 ອາທິດ. 2 ຝ່າຍ ຈະປຶກສາຫາລື “ບັນດາຜົນປະໂຫຍດແຫ່ງຊາດສຳຄັນ”, ລວມມີການເຄື່ອນໄຫວຕ້ານການກໍ່ການຮ້າຍ ສະກັດກັ້ນອົງການ IS ອ້າງຊື່ເອງ ແລະ ເຄືອຂ່າຍ Al- Qaeda, ໜູນຊ່ວຍມະນຸດສະທຳ ແລະ ພື້ນຖານເສດຖະກິດຖືກທຳລາຍຂອງ ອາບການິດສະຖານ, ກໍ່ຄືວິວັດທະນາການນຳພົນລະເມືອງ ອາເມລິກາ ແລະ ອາບການິດສະຖານ ທີ່ເຄີຍເຮັດວຽກໃຫ້ແກ່ ວໍຊິງເຕັນ ໃນຮອບເວລາ 20 ປີຜ່ານມາອອກຈາກປະເທດ ອາຊີຕາເວັນຕົກສຽງໃຕ້ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ