ອາເມລິກາ ຈະເຕື້ອງເຖິງ ບັນຫາທະເລຕາເວັນອອກ ຢູ່ເວທີປາໄສ ARF

ອາເມລິກາ ຈະເຕື້ອງເຖິງ ບັນຫາທະເລຕາເວັນອອກ ຢູ່ເວທີປາໄສ ARF - ảnh 1
(ພາບປະກອບ)

(vovworld) –  ຄວາມ​ເຄັ່ງ​ຕຶງ​ເກີດ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຈະ​ແມ່ນ​ໜຶ່ງ​ໃນ​ບັນດາ​ຫົວ​ຂໍ້​ຕົ້ນ​ຕໍ່​ທີ່​​ເວທີ​ປາ​ໄສພາກ​ພື້ນ​ອາ​ຊຽນ (ARF) ປີ 2014 ​​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່​ມຽນມາ, ນອກຈາກບັນດາ​ບັນຫາ​ຄື: ​ກູ້​ຊ່ວຍ​ມະນຸດສະທຳ, ຮັບ​ມືກັບ​ໄພພິບັດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ສຶກສາ, ​ເສດຖະກິດ. ນີ້​​ແມ່ນ​ຄຳ​ຖະ​ແຫຼ​ງຂອງ​ທ່ານ Daniel Russel, ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ ຜູ້​ຮັບຜິດຊອບບັນດາ​ບັນຫາ​ອາຊີ​ຕາ​ເວັນ​ອອກ - ອາຊີ​ປາຊີ​ຟິກ ທີ່​ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ ວໍ​ຊິງ​​ເຕັນ ດີຊີ ​ໃນ​ຕອນ​ເຊົ້າ​ວັນ​ທີ 05/08 (ຕາມ​ເວລາ​ທ້ອງ​ຖິ່ນ). ທ່ານ Daniel Russel ​ໃຫ້​ຮູ້​ວ່າ, ທີ່​ເວທີ​ປາ​ໄສ​ຄັ້ງ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຈະ​ຍົກ​ອອກ​ບັນດາ​ຄວາມ​ວິຕົກ​ກັງ​ວົງ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ສະພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ທາ​ບທາມ​ຄວາມ​ເຫັນ​ກັບ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ ​ແລະ ​ແບ່ງປັນ​ທັດສະນະ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ຫຼັກການ​ຊີ້​ນຳ​ສຳລັບທຸກ​ຝ່າຍ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້​ງ. ທ່ານ Daniel Russel ​​ເນັ້ນ​ໜັກວ່າ

        “ອາ​ເມ​ລິ​ກາ ຈະ​ຮັກສາ​ຫຼັກ​ໝັ້ນ​​ເປັນ​ຄົນ​ກາງ​ໃນ​ບັນຫາ​ອະທິປະ​ໄຕ ​ແຕ່​ບໍ່​ເປັນ​ຄົນ​ກາງ​ໃນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປະພຶດ. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ ບັນດາ​ຝ່າ​ຍທີ່​ກ່ຽວຂ້ອງ​ມີ​ພັນທະ​ຕ້ອງເຮັດ​ແຈ້ງ​ຄຳ​ຮຽກ​ສິດ​ອະທິປະ​ໄຕ​ຂອງ​ຕົນ​ໂດຍສັນຕິ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍທະ​ເລ​ປີ 1982”.

        ທ່ານ Russel ​ກໍ່​ໃຫ້​ຮູ້​ວ່າ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ John Kerry ກໍ່​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອ​ງຊຸກຍູ້ ​ແລະ ສຳ​ເລັດ​ປະ​ມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ລະຫວ່າງ​ອາ​ຊຽນ ​ແລະ ຈີນ, ກໍ່​ຄື​ບັນດາ​ບາດກ​້າວ​ເດີນ​ໃນ​ຕໍ່​ໜ້າ ບົນ​ພື້ນຖານ​ສະໝັກ​ໃຈ​ລະຫວ່າງ​ຝ່າຍ​ຕ່າງໆ​ທີ່ຮຽກຮ້ອງ​ອະທິປະ​ໄຕ ​ເພື່ອແນ​ໃສ່​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ