ອາ​ເມ​ລິ​ກາ ຈະ​ເປີດ​ສະ​ຖານ​ກົງ​ສູນ​ປະ​ຈຳ Jerusalem ຄືນ​ໃໝ່

(VOVWORLD) -ອຳນາດການປົກຄອງທ່ານປະທານາທິບໍດີ ອາເມລິກາ Joe Biden ຄາດວ່າ ຈະດຳເນີນແຜນການເປີດປະຕູສະຖານກົງສູນ ອາເມລິກາ ປະຈຳ Jerusalem ຄືນໃໝ່. 
ອາ​ເມ​ລິ​ກາ ຈະ​ເປີດ​ສະ​ຖານ​ກົງ​ສູນ​ປະ​ຈຳ Jerusalem ຄືນ​ໃໝ່ - ảnh 1ສຳນັກງານສະຖານກົງສູນ ອາເມລິກາ ປະຈຳ Jerusalem (ພາບ: Ariel Schalit/AP)

ໃນແຈ້ງການວັນທີ 13 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ ອຳນາດການປົກຄອງທ່ານປະທານາທິບໍດີ ອາເມລິກາ Joe Biden ຄາດວ່າ ຈະດຳເນີນແຜນການເປີດປະຕູສະຖານກົງສູນ ອາເມລິກາ ປະຈຳ Jerusalem ຄືນໃໝ່. ທ່ານປະທານາທິບໍດີ Joe Biden ໄດ້ໃຫ້ຄຳໝັ້ນສັນຍາກ່ອນນີ້ວ່າ ຈະຟື້ນຟູການພົວພັນກັບຊາວ ປາແລັດສະຕິນ, ສະໜັບສະໜູນມາດຕະການ ສອງລັດ ແລະ ເປີດສະຖານກົງສູນປະຈຳ Jerusalem ຄືນໃໝ່.

        ເຖິງຢ່າງໃດກໍຕາມ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ບໍ່ໄດ້ແຈ້ງວັນເວລາລະອຽດ ແລະ ການກະທຳດັ່ງກ່າວໄດ້ຮັບຖືວ່າ ຈະເຮັດໃຫ້ ອິດສະຣາແອັນ - ສຳພັນທະມິດທີ່ໃກ້ຊິດຂອງ ອາເມລິກາ ຢູ່ ຕາເວັນອອກກາງ ມີຄວາມບໍ່ພໍໃຈ.

        ນັກຂ່າວ VOV ປະຈຳ ອາເມລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ