ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ​ເພີ່ມ​ວັກ​ຊິນ​ກັນ​ໂຄວິດ - 19 ຈຳ​ນວນ 500 ລ້ານ​ໂດ​ສ ໃຫ້​ແກ່​ບັນ​ດາ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕ່ຳ

(VOVWORLD) -ທ່ານປະທານາທິບໍດີ Joe Biden ປະກາດແຜນການນີ້ ຢູ່ກອງປະຊຸມ ໂຄວິດ - 19 ແບບທາງໄກໂດຍທ່ານເປັນປະທານ ຢູ່ທຳນຽບຂາວ ທີ່ຈັດຂຶ້ນໃນວັນທີ 22 ກັນຍາ.
ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ​ເພີ່ມ​ວັກ​ຊິນ​ກັນ​ໂຄວິດ - 19 ຈຳ​ນວນ 500 ລ້ານ​ໂດ​ສ ໃຫ້​ແກ່​ບັນ​ດາ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕ່ຳ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: CNN)

ອາເມລິກາ ຈະຊື້ວັກຊິນກັນໂຄວິດ - 19 ຂອງ Pfizer ຕື່ມອີກ 500 ລ້ານໂດສ ເພື່ອໜູນຊ່ວຍໃຫ້ບັນດາປະເທດທີ່ມີລາຍຮັບຕ່ຳ. ການກະທຳຂອງ ອາເມລິກາ ໄດ້ດຳເນີນພາຍຫຼັງທີ່ການນຳຫຼາຍທ່ານໃນໂລກ ໄດ້ຮຽກຮ້ອງໃຫ້ ອາເມລິກາ ມີການກະທຳຫຼາຍກ່ວາອີກ ເພື່ອແນໃສ່ຊຸກຍູ້ອັດຕາການສັກວັກຊິນໃນທົ່ວໂລກ.

ທ່ານປະທານາທິບໍດີ Joe Biden ປະກາດແຜນການນີ້ ຢູ່ກອງປະຊຸມ ໂຄວິດ - 19 ແບບທາງໄກໂດຍທ່ານເປັນປະທານ ຢູ່ທຳນຽບຂາວ ທີ່ຈັດຂຶ້ນໃນວັນທີ 22 ກັນຍາ. ນະທີ່ນີ້, ທ່ານປະທານາທິບໍດີ Joe Biden ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງປະກອບສ່ວນເພື່ອແນໃສ່ປະຕິບັດເປົ້າໝາຍ 70% ປະຊາກອນໂລກໄດ້ສັກວັກຊິນກັນໂຄວິດ - 19 ກ່ອນເດືອນກັນຍາຂອງປີ 2022. ທ່ານປະທານາທິບໍດີ Biden ກໍ່ຄາດຄະເນວ່າຈະຮຽກຮ້ອງໃຫ້ປະເທດອື່ນໆ ຕອບສະໜອງຄວາມຕ້ອງການຂອງບັນດາຜູ້ຕິດເຊື້ອພະຍາດໂຄວິດ - 19 ຄື ປັບປຸງແຫຼ່ງສະໜອງອົກຊີ ແລະ ກຳລັງຄວາມສາມາດໃນການວິໄຈຫາເຊື້ອຂອງບັນດາປະເທດທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ