ອາເມລິກາ ຊົມເຊີຍແຜນການສ້າງເຂດປອດໄພຢູ່ ຊີຣີ

(VOVWORLD) -ວັນທີ 04/05 ອາເມລິກາ ໄດ້ລະມັດລະວັງໃນການຊົມເຊີຍແຜນການຂອງ ລັດເຊຍ ແລະ ຕວກກີ ເພື່ອແນໃສ່ສ້າງຕັ້ງເຂດປອດໄພຢູ່ ຊີຣີ, ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ການເຂົ້າຮ່ວມຂອງ ອີຣານ
ອາເມລິກາ ຊົມເຊີຍແຜນການສ້າງເຂດປອດໄພຢູ່ ຊີຣີ - ảnh 1 (ພາບປະກອບ)

ໂຄສົກກະຊວງການຕ່າງປະເທດ ອາເມລິກາ ທ່ານນາງ Heather Nauert ໃຫ້ຮູ້ວ່າ ວໍຊິງຕັນ ຫວັງວ່າ ຂໍ້ຕົກລົງ ຈະຊ່ວຍສະກັດກັ້ນການໃຊ້ຄວາມຮຸນແຮງ, ແຕ່ສະແດງຄວາມວິຕົກກັງວົນຕໍ່ການເຂົ້າຮ່ວມຂອງ ອີຣານ ໃນຂໍ້ຕົກລົງນີ້. ຕາມທ່ານນາງ Nauert ແລ້ວ, ອາເມລິກາ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາປະເທດອຸປະຖຳທີ່ຍັງເຫລືອ ນັ້ນແມ່ນ ລັດເຊຍ ແລະ ຕວກກີ ແນໃສ່ແກ້ໄຂສະພາບການໃນປະຈຸບັນຢູ່ ຊີຣີ. ຝ່າຍ ອາເມລິກາ ກໍ່ປາດຖະໜາຢາກສືບຕໍ່ເຈລະຈາກັບ ລັດເຊຍ ກ່ຽວກັບບັນດາຄວາມມານະພະຍາຍາມ ເພື່ອອາດຈະແກ້ໄຂການປະທະກັນຢູ່ ຊີຣີ ຢ່າງມີຄວາມຮັບຜິດຊອບ.

        ແລະໃນວັນດຽວກັນ ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ຕີລາຄາແຜນການສ້າງບັນດາເຂດປອດໄພໃນຜືນແຜ່ນດິນ ຊີຣີ ໂດຍ ລັດເຊຍ ສະເໜີຈະຊ່ວຍ “ແກ້ໄຂບັນຫາ ຊີຣີ ໃຫ້ໄດ້ 50%”.

ຕອບກັບ

ຂ່າວ/ບົດ​ອື່ນ