ອາ​​ເມ​ລິ​ກາ ຊອກ​ຫາ​ວິທີ​ຈັດ​ວາງ​ຄໍາ​ສັ່ງ​ລົງ​ໂທດ​ຂອງ ສປຊ ຕ້ານ ອີຣານ

(VOVWORLD) -    ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ຈະໄປຍັງສໍານັກງານ ສປຊ ໃນວັນທີ 20 ສິງຫາ ແລະ ມີການເຮັດວຽກຄັ້ງຕ່າງໆ ເພື່ອແນໃສ່ຊອກຫາວິທີເຊື່ອມຕໍ່ບັນດາຄໍໍາສັ່ງລົງໂທດຂອງ ສປຊ ແນໃສ່ຕ້ານ ອີຣານ ຄືນໃໝ່.
ອາ​​ເມ​ລິ​ກາ ຊອກ​ຫາ​ວິທີ​ຈັດ​ວາງ​ຄໍາ​ສັ່ງ​ລົງ​ໂທດ​ຂອງ ສປຊ ຕ້ານ ອີຣານ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo (ພາບປະກອບ: AP)

        ຄາດວ່າ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ຈະມີການພົບປະກັບເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈໍາ ສປຊ, ເຊິ່ງເປັນປະເທດພວມຮັກສາຕໍາແໜ່ງເປັນປະທານສະພາຄວາມໝັ້ນຄົງ ໃນເດືອນ ສິງຫາ, ເພື່ອຍື່ນໃບຮ້ອງຟ້ອງຂອງ ອາເມລິກາ ກ່ຽວກັບເລື່່ອງ ອີຣານ ບໍ່ປະຕິບັດຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມເມື່ອປີ 2015. ດ້ວຍໃບຮ້ອງຟ້ອງດັ່ງກ່າວ,  ອາເມເລິກາ ຫວັງວ່າ ສະພາຄວາມໝັ້ນຄົງ ຈະຈັດວາງບັນດາຄໍາສັ່ງລົງໂທດຕ້ານ ອີຣານ ຄືນໃໝ່. ເຖິງຢ່າງໃດກໍຕາມ, ວິວັດການເຊື່ອມຕໍ່ການລົງໂທດ ອີຣານ ຄືນໃໝ່ ກໍບໍ່ແມ່ນເລື່ອງທີ່ງ່າຍດາຍ ເມື່ອຕ້ອງປະເຊີນໜ້າກັບການຄັດຄ້ານຂອງ ລັດເຊຍ ແລະ ຈີນ, ເຊິ່ງເປັນສອງປະເທດສະມາຊິກປະຈໍາການ ແລະ ມີສິດຢັບຢັ້ງຢູ່ ສະພາຄວາມໝັ້ນຄົງ. ນອກຈານັ້ນ, ອາເມລິກາ ຍັງປະສົບກັບຄວາມຫຍຸ້ງຍາກໃນການຮ້ອງຟ້ອງ ອີຣານ ວ່າບໍ່ປະຕິບັດຂໍ້ຕົກລົງນິວເຄຼຍ ໃນຂະນະທີ່ ວໍຊີງຕັນ ເອງ ກໍບໍ່ໄດ້ເປັນສະມາຊິກຂອງຂໍ້ຕົກລົງສະບັບດັ່ງກ່າວ.

ຟ້າມຮວັນ - ນັກຂ່າວ VOV ປະຈໍາ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ