ອາ​ເມ​ລິ​ກາ ຊອກ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ​ທະ​ນາ​ຄານ Silicon Valley ຖືກ​ລົ້ມ​ລະ​ລາຍ

(VOVWORLD) -ຜູ້ອຳນວຍການຝ່າຍບໍລິຫານ ແລະ ນັກລົງທຶນການເງິນຈຳນວນໜຶ່ງ ມີຄວາມວິຕົກກັງວົນຢ່າງແຮງຕໍ່ຄວາມສ່ຽງທີ່ກ່ຽວຂ້ອງເຖິງບັນຫາທະນາຄານ Silicon Valley Bank (SVB) ຖືກລົ້ມລະລາຍ, ຖ້າຫາກວ່າບັນດານັກຄຸ້ມຄອງ ອາເມລິກາ ບໍ່ສາມາດຊອກຫາໄດ້ນັກລົງທຶນຊື້ SVB ຄືນໃນອາທິດນີ້ ແລະ ປົກປ້ອງຈຳນວນເງິນຝາກ ທີ່ບໍ່ມີປະກັນໄພຢູ່ທະນາຄານແຫ່ງນີ້.

ກ່າວຄຳເຫັນຜ່ານຊ່ອງໂທລະພາບ CBS ວັນທີ 12 ມີນາ, ທ່ານລັດຖະມົນຕີການເງິນ ອາເມລິກາ ນາງ Janet Yellen ໃຫ້ຮູ້ວ່າ ກະຊວງການເງິນ ພວມສົມທົບກັບບັນດາອົງການບໍລິຫານທະນາຄານຢ່າງແໜ້ນແຟ້ນ ເພື່ອຮັບມືກັບຜົນກະທົບທີ່ກ່ຽວຂ້ອງເຖິງບັນຫາ SVB ຖືກລົ້ມລະລາຍ. ເຖິງຢ່າງໃດກໍຕາມ, ທ່ານນາງ Janet Yellen ຊີ້ແຈ້ງວ່າ ບ້ວງເງິນຊ່ວຍເຫຼືອລາຍໃຫຍ່ ທີ່ບໍ່ນອນໃນບັນດາມາດຕະການຕ່າງໆ ພວມໄດ້ຮັບການພິຈາລະນາ, ພ້ອມທັງເນັ້ນໜັກວ່າ ເຈົ້າໜ້າທີ່ພວມສຸມໃສ່ການປົກປ້ອງຜູ້ຝາກເງິນ ແລະ ພະຍາຍາມຕອບສະໜອງຕາມຄວາມຕ້ອງການຂອງເຂົາເຈົ້າ.

        ອົງການປະກັນໄພເງິນຝາກ ສະຫະລັດ ອາເມລິກາ (FDIC) ພວມຊອກຫາທະນາຄານອື່ນທີ່ສາມາດໂຮມເຂົ້າກັບ SVB ເພື່ອກອບກູ້ເອົາສະພາບການດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ