ອາເມລິກາ ຍົກອອກເງື່ອນໄຂໃຫ້ຂໍ້ຕົກລົງນິວເຄຼຍອີຣານໃໝ່

(VOVWORLD) -ອາເມລິກາ ຈະເພີ່ມຄວາມກົດດັນດ້ານການເງິນຕໍ່ອີຣານ ດ້ວຍ “ບັນດາຄຳສັ່ງລົງໂທດແຮງທີ່ສຸດໃນປະຫວັດສາດ”.

ອາເມລິກາ ຍົກອອກເງື່ອນໄຂໃຫ້ຂໍ້ຕົກລົງນິວເຄຼຍອີຣານໃໝ່ - ảnh 1

 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo

(ພາບ: THX/TTXVN)

ນີ້ແມ່ນຄຳກ່າວເຕືອນຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ທີ່ໄດ້ຍົກອອກມາໃນວັນທີ 21 ພຶດສະພາ ພ້ອມກັບຄຳຮຽກຮ້ອງຂອງວໍຊິງຕັນ ຕໍ່ເຕເຮຣານ 12 ຂໍ້ຄືດັ່ງເງື່ອນໄຂເພື່ອປຶກສາຫາລືຂໍ້ຕົກລົງນິວເຄຼຍໃໝ່. ທ່ານລັດຖະມົນຕີການຕ່າງປະເທດ Pompeo ຢືນຢັນວ່າ, ອາເມລິກາ ຈະບໍ່ເຈລະຈາຄືນຂໍ້ຕົກລົງນິວເຄຼຍອີຣານ ເມື່ອປີ 2015 ຫຼື ເອີ້ນວ່າ JCPOA, ແທນທີ່ນັ້ນແມ່ນຍົກອອກຄວາມຮຽກຮ້ອງພື້ນຖານໃຫ້ແກ່ຂໍ້ຕົກລົງໃໝ່ 12 ຂໍ້ແນໃສ່ຄວບຄຸມໂຄງການນິວເຄຼຍອີຣານ ຢ່າງເຂັ້ມງວດກວ່າ. ບັນດາຄຳຮຽກຮ້ອງຕົ້ນຕໍລວມມີ ຮຽກຮ້ອງໃຫ້ອີຣານ ຢຸດຕິການເສີມທາດ ຢູຣານຽມ, ບໍ່ຜະລິດ plutoni ຄືນໃໝ່, ອະນຸຍາດໃຫ້ສຳຜັດໂດຍບໍ່ຈຳກັດບັນດາຮາກຖານນິວເຄຼຍ ໃນທົ່ວປະເທດນີ້, ຢຸດຕິການພັດທະນາໂຄງການລູກສອນໄຟນຳວິຖີ, ປ່ອຍຕົວບັນດາພົນລະເມືອງອາເມລິກາ ພວມຖືກອີຣານ ກັກຂັງ ແລະ ຢຸດຕິບັນດາການນາບຂູ່ດັບສູນອິດສະຣາແອນ…

      ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີອີຣານ Hassan Rouhani ໄດ້ຕຳໜິຕິຕຽນບັນດາຄຳຮຽກຮ້ອງໃໝ່ຂອງອາເມລິກາ ກັບເຕເຮຣານ ແມ່ນ “ບໍ່ສາມາດຮັບຮູ້ໄດ້” ກໍ່ຄືບັນດາຍຸດທະວິທີ “ບໍ່ມີປະໂຫຍດ” ເຊິ່ງວໍຊິງຕັນ ເຄີຍນຳໃຊ້ໃນອະດີດຕະການ.

ຕອບກັບ

ຂ່າວ/ບົດ​ອື່ນ