ອາເມລິກາ ຍົກເລີກການຈັດວາງພາສີໃໝ່ກ່ຽວກັບ ເຫຼັກກ້າ, ອານູມີນຽມ ກັບ EU ແລະ 6 ປະເທດອື່ນໆ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກຄຳສັ່ງໂຈະການຈັດວາງບ້ວງພາສີນຳເຂົ້າໃໝ່ນີ້ຊົ່ວຄາວສຳລັບບາງປະເທດຄູ່ຮ່ວມມືໃນຂະນະທີ່ດຳເນີນການປຶກສາຫາລືເພື່ອຊອກຫາມາດຕະການຍາວນານກ່ວາ.
ອາເມລິກາ ຍົກເລີກການຈັດວາງພາສີໃໝ່ກ່ຽວກັບ ເຫຼັກກ້າ, ອານູມີນຽມ ກັບ EU ແລະ 6 ປະເທດອື່ນໆ - ảnh 1 ທ່ານ Robert Lighthizer, ຜູ້ຕາງໜ້າການຄ້າ ອາເມລິກາ

ວັນທີ 22 ມີນາ, ອາເມລິກາ ປະກາດວ່າ: ສະຫະພາບເອີລົບ (EU) ພ້ອມກັບ 6 ປະເທດອື່ນໆຈະໄດ້ຍົກເລີກພາສີນຳເຂົ້າເຫຼັກກ້າ ແລະ ອານູມີນຽມໃໝ່ຂອງ ອາເມລິກາ ຊົ່ວຄາວ. ກ່າວຄຳເຫັນຕໍ່ກຳມາທິການສະພາສູງ, ທ່ານ Robert Lighthizer, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກຄຳສັ່ງໂຈະການຈັດວາງບ້ວງພາສີນຳເຂົ້າໃໝ່ນີ້ຊົ່ວຄາວສຳລັບບາງປະເທດຄູ່ຮ່ວມມືໃນຂະນະທີ່ດຳເນີນການປຶກສາຫາລືເພື່ອຊອກຫາມາດຕະການຍາວນານກ່ວາ. ໄປຄຽງຄູ່ກັບ EU, ຍັງມີ 6 ປະເທດໄດ້ຍົກເລີກຊົ່ວຄາວນັ້ນແມ່ນ: ອາກຊັງຕິນ, ອົດສະຕາລີ, ບຣາຊິນ, ການາດາ, ເມກຊີໂກ ແລະ ສ. ເກົາຫຼີ.

        ກ່ອນໜ້ານັ້ນ, ວັນທີ 8 ມີນາ ຜ່ານມາ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງສະມາຊິກສະພາແຫ່ງຊາດຫຼາຍທ່ານ ແລະ ວົງການນັກທຸລະກິດພາຍໃນປະເທດ, ທ່ານປະທານາທິບໍດີ Donald Trump ໄດ້ເຊັນລັດຖະດຳລັດປະກາດຈັດວາງລະດັບພາສີໃໝ່, 25% ສຳລັບເຫຼັກກ້າ ແລະ 10% ສຳລັບອານູມີນຽມນຳເຂົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ