ອາເມລິກາ ຍົກເລີກການເກັບພາສີຊົ່ວຄາວສໍາລັບສິນຄ້າກວ່າ 400 ປະເພດ ຂອງ ຈີນ

(VOVWORLD) -ວັນທີ 20 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກເລີກການເກັບພາສາຊົ່ວຂ່າວສໍາລັບສິນຄ້າກວ່າ 400 ປະເພດຂອງ ຈີນ ທີ່ຖືກ ວໍຊີງຕັນ ຈັດວາງອັດຕາພາສີເມື່ອປີ 2018. 

ການກະທໍາດັ່ງກ່າວ ຖືກດໍາເນີນໃນສະພາບທີ່ການປຶກສາຫາລືດ້ານການຄ້າຂັ້ນຮອງລັດຖະມົນຕີລະຫວ່າງ ອາເມລິກາ ແລະ ຈີນ ກ້າວເຂົ້າສູ່ມື້ເຮັດວຽກທີ 2.

        ຕາມແຈ້ງການຂອງຫ້ອງການຕາງໜ້າດ້ານການຄ້າ ອາເມລິກາ ແລ້ວ, ຈໍານວນສິນຄ້າ 437 ປະເພດ ຂອງຈີນ ທີ່ເຄີຍຖືກຈັດວາງອັດຕາພາສີ 3 ຄັ້ງເມື່ອປີ 2018 ນັ້ນ ຈະໄດ້ຍົກເວັ້ນບັນດາອັດຕາພາສີເພີ່ມເຕີມໃນເວລາປະມານ 01 ປີ. ບັນດາປະເພດສິນຄ້າທີ່ໄດ້ຍົກເວັ້ນພາສີໃນຄັ້ງນີ້ ລວມມີແທ່ງເຫຼັກກ້າ, ອຸປະກອນເອເລັກໂຕນິກ...

        ໃນຂະນະນັ້ນ, ອາເມລິກາ ແລະ ຈີນ ໄດ້ດໍາເນີນການປຶຶກສາຫາລືດ້ານການຄ້າຂັ້ນຮອງລັດຖະມົນຕີ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາດ້ານການຄ້າໃນລະຫວ່າງວັນທີ 19 – 20 ກັນຍາ ຢູ່ຫ້ອງການການຄ້າ ອາເມລິກາ, ຢູ່ ວໍຊີງຕັນ. ວັນທີ 20 ກັນຍາ ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ບັນດາການເຈລະຈາ ລະຫວ່າງ ອາເມລິກາ ແລະ ຈີນ ພວມດໍາເນີນໄປດ້ວຍດີ ແລະ ບັນລຸຄວາມຄືບໜ້າທີ່ດີຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ທ່ານ Trump ກໍເນັ້ນໜັກວ່າ ທ່ານບໍ່ຖືກກໍາລັງກົດດັນທີ່ຈະຕ້ອງບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ຈີນ ກ່ອນດໍາເນີນການປ່ອນບັດເລືອກຕັ້ງຢູ່ ອາເມລິກາ ໃນປີ 2020.


ຕອບກັບ

ຂ່າວ/ບົດ​ອື່ນ