ອາເມລິກາ ຍົກເວັ້ກຄຳສັ່ງລົງໂທດການອຸປະຖຳມະນຸດສະທຳສຳລັບອີຣານ

(VOVWORLD) -ບາດກ້າວດັ່ງກ່າວແມ່ນນອນໃນຂໍ້ຕົກລົງຫັນຊ່ອງທາງອຸປະຖຳມະນຸດສະທຳຂອງປະເທດສະວິດ ໃຫ້ເປັນທາງການ.

ອາເມລິກາ ຍົກເວັ້ກຄຳສັ່ງລົງໂທດການອຸປະຖຳມະນຸດສະທຳສຳລັບອີຣານ - ảnh 1

ກະຊວງການເງິນອາເມລິກາ 

(ພາບ: AFP/TTXVN)

ວັນທີ 27 ກຸມພາ, ລັດຖະບານອາເມລິກາ ໄດ້ອະນຸຍາດໃຫ້ທະນາຄານສູນກາງຂອງອີຣານ - ເຊິ່ງພວມຖືກຄຳສັ່ງລົງໂທດຂອງວໍຊິງຕັນ - ໄດ້ປະຕິບັດການແລກປ່ຽນການຄ້າໃດໜຶ່ງເພື່ອຈຸດປະສົງມະນຸດສະທຳ. ຕາມກະຊວງການເງິນອາເມລິກາ ແລ້ວ, ບາດກ້າວດັ່ງກ່າວແມ່ນນອນໃນຂໍ້ຕົກລົງຫັນຊ່ອງທາງອຸປະຖຳມະນຸດສະທຳຂອງປະເທດສະວິດ ໃຫ້ເປັນທາງການ. ຊ່ອງທາງອຸປະຖຳມະນຸດສະທຳດັ່ງກ່າວໄດ້ເລີ່ມເຄື່ອນໄຫວຢ່າງຄົບຖ້ວນນັບແຕ່ວັນທີ 27 ກຸມພາ ຜ່ານມາ, ພາຍຫຼັງທີ່ ວໍຊິງຕັນ ອະນຸຍາດ, ຕາມນັ້ນແລ້ວບັນດາວິສາຫະກິດສາມາດສົ່ງທັນຍາຫານ, ຢຸກຢາ ແລະ ບັນດາສິນຄ້າທີ່ຈຳເປັນອື່ນໆໄປເຖິງອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ