ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນໜັກໜ່ວງທີ່ສຸດຍ້ອນໂລກລະບາດໂຄວິດ-19

(VOVWORLD) -  ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງເຊົ້າຂອງວັນທີ 04 ມິຖຸນາ (ຕາມເວລາ ຫວຽດນາມ), ໂລກມີ 6.567.058 ກໍລະນີຕິດເຊື້ອໂຄວິດ-19, ໃນນັ້ນ ມີ 387.899 ກໍລະນີເສຍຊີວິດ. 

ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 3.164.253 ກໍລະນີ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນໜັກໜ່ວງທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 1.901.783 ກໍລະນີ ແລະ ມີ 109.142 ກໍລະນີເສຍຊີວິດ.

        ໃນເວລາ 24 ຊົ່ວໂມງຜ່ານມາ, ເມັກຊີໂກ ແມ່ນສະຖານທີ່ກວດພົບຜູ້ຕິດເຊື້ອໃນໂລກຫລາຍທີ່ສຸດໃນປະຈຸບັນ ເມື່ອຢັ້ງຢືນວ່າ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 3.912 ກໍລະນີ ແລະ ມີ 1.091 ກໍລະນີເສຍຊີວິດ - ເຊິ່ງແມ່ນຈຳນວນຜູ້ເສຍຊີວິດຫລາຍທີ່ສຸດໃນຮອບເວລາ 24 ຊົ່ວໂມງ ເຊິ່ງປະເທດນີ້ໄດ້ຢືນຢັນ ນັບແຕ່ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ