ອາເມລິກາ ຍັງບໍ່ທັນອຸ່ນອຽນໃຈກ່ຽວກັບ IS ພາຍຫລັງດັບສູນຫົວໂປ່ IS Abu Bakr Al Baghdadi

(VOVWORLD) - ວັນທີ 27 ຕຸລາ, ທ່ານອະດີດຫົວໜ້າອົງການສືບລາຊະການລັບແຫ່ງຊາດ ອາເມລິກາ James Clapper ກ່າວເຕືອນວ່າ ອາເມລິກາ ບໍ່ອາດ “ຢຸດຕິຄວາມກັງວົນກ່ຽວກັບອົງການກໍ່ການຮ້າຍລັດອິດສະລາມ (IS)” ພາຍຫລັງຫົວໂປ່ IS Abu Bakr Al Baghdadi ຖືກ ວໍຊິງຕັນ ດັບສູນ.
ອາເມລິກາ ຍັງບໍ່ທັນອຸ່ນອຽນໃຈກ່ຽວກັບ IS ພາຍຫລັງດັບສູນຫົວໂປ່ IS Abu Bakr Al Baghdadi - ảnh 1ຫົວໂປ່ IS Abu Bakr Al Baghdadi (ພາບ:  AFP/TTXVN)

        ກ່າວຄຳເຫັນຜ່ານຊ່ອງໂທລະພາບ CNN, ທ່ານ  James Clapper ຢືນຢັນວ່າ: ເລື່ອງ Abu Bakr Al Baghdadi ຖືກດັບສູນແມ່ນມີຄວາມໝາຍເປັນສັນຍາລັກຢ່າງໃຫຍ່ຫລວງ, ແຕ່ຈະບໍ່ຊ່ວຍໃຫ້ການຄົງຕົວຂອງ IS ຢຸດຕິລົງຍ້ອນກຸ່ມກໍ່ການຮ້າຍນີ້ ໄດ້ກະກຽມການເລືອກເອົາຜູ້ອື່ນ ເພື່ອຮັບບົດບາດແທນໃຫ້ Abu Bakr Al Baghdadi. ທ່ານ James Clapper ກໍ່ຖືວ່າ: ອາເມລິກາ ຄວນຮັກສາກອງທັບຢູ່ພາກພື້ນ ແນໃສ່ຮັບປະກັນວ່າ IS ຈະບໍ່ຖືກປຸກປັ່ນຍຸແຫຍ່ ເພື່ອມີການກະທຳພາຍຫລັງ Al Baghdadi ຖືກດັບສູນ.

        ກ່ອນໜ້ານັ້ນ, ໃນບົດກ່າວປາໄສຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢັ້ງຢືນວ່າ ຫົວໂປ່ IS Abu Bakr Al Baghdadi ຖືກດັບສູນໃນການບຸກໂຈມຕີຂອງກອງທັບ ອາເມລິກາ ແນໃສ່ແຂວງ Idlib ຢູ່ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ