ອາ​ເມ​ລິ​ກາ - ຍີ່​ປຸ່ນ - ສ.ເກົາຫຼີ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮ່ວມ​ມື ກ່ຽວ​ກັບ​ບັນ​ຫາ ສ​ປ​ປ.ເກົາຫຼີ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Sung Kim ທູດພິເສດ ອາເມລິກາໄດ້ສະແດງຄວາມຫວັງວ່າ ສປປ.ເກົາຫຼີ ຈະມີປະຕິກິລິຍາຢ່າງຕັ້ງໜ້າ ພາຍຫຼັງ ອາເມລິກາ ສະເໜີການເຈລະຈາ.
ອາ​ເມ​ລິ​ກາ - ຍີ່​ປຸ່ນ - ສ.ເກົາຫຼີ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮ່ວມ​ມື ກ່ຽວ​ກັບ​ບັນ​ຫາ ສ​ປ​ປ.ເກົາຫຼີ - ảnh 1ທ່ານ Sung Kim ທູດພິເສດ ອາເມລິກາ, ທ່ານ Noh Kyu-duk ທູດພິເສດ ສ.ເກົາຫຼີ ແລະ ທ່ານ Takehiro Funakoshi ທູດພິເສດ ຍີ່ປຸ່ນ (ພາບ: YONHAP/TTXVN)

ວັນທີ 21 ມິຖຸນາ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ແຈ້ງໃຫ້ຊາບວ່າ: ບັນດາທູດພິເສດກ່ຽວກັບບັນຫານິວເຄຼຍ ສປປ.ເກົາຫຼີ ຂອງ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ເຫັນດີເປັນເອກະພາບ ສືບຕໍ່ຮ່ວມມືກັນ ມຸ່ງໄປເຖິງການປອດນິວເຄຼຍຢ່າງສິ້ນເຊິງຢູ່ແຫຼມເກົາຫຼີ ຜ່ານການເຊື່ອມຕໍ່ການເຈລະຈາກັບ ພຽງຢາງ ຄືນໃໝ່. ໃນຖະແຫຼງການພາຍຫຼັງກອງປະຊຸມຢູ່ ເຊີອູນ ລະຫວ່າງ ທ່ານ Sung Kim ທູດພິເສດ ອາເມລິກາ, ທ່ານ Noh Kyu-duk ທູດພິເສດ ສ.ເກົາຫຼີ ແລະ ທ່ານ Takehiro Funakoshi ທູດພິເສດ ຍີ່ປຸ່ນ, ຫົວໜ້າກົມຮັບຜິດຊອບບັນດາບັນຫາອາຊີ - ໂອເຊອານີ ຂຶ້ນກັບກະຊວງການຕ່າງປະເທດ ຍີ່ປຸ່ນ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ຊີ້ແຈ້ງວ່າ: ບັນດາເຈົ້າໜ້າທີ່ອາວຸໂສ ໄດ້ເຫັນດີເປັນເອກະພາບສືບຕໍ່ການຮ່ວມມືລະຫວ່າງ ສາມປະເທດ ເພື່ອນຳມາເຊິ່ງວິວັດການທີ່ມີປະສິດທິຜົນໃນການບັນລຸໄດ້ການປອດນິວເຄຼຍຢ່າງສິ້ນເຊິ່ງ ແລະ ມາດຈະການແກ້ໄຂໂດຍສັນຕິວິທີທີ່ຍາວນານ ໃນແຫຼມເກົາຫຼີ ດ້ວຍວິທີການເຊື່ອມຕໍ່ການເຈລະຈາ ກັບ ພຽງຢ່າງ ໂດຍໄວ. ກ່ອນໜ້ານັ້ນ, ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Sung Kim ໄດ້ສະແດງຄວາມຫວັງວ່າ ສປປ.ເກົາຫຼີ ຈະມີປະຕິກິລິຍາຢ່າງຕັ້ງໜ້າ ພາຍຫຼັງ ອາເມລິກາ ສະເໜີການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ