ອາເມລິກາ - ຍີ່ປຸ່ນ - ອົດສະຕາລີ ຢັ້ງຢືນຄືນການຮ່ວມມືຢູ່ພາກພື້ນອິນເດຍ-ປາຊີຟິກ.

(VOVWORLD) -ກອງປະຊຸມລັດຖະມົນຕີປ້ອງກັນຊາດອາເມລິກາ - ຍີ່ປຸ່ນ - ອົດສະຕາລີ ໄດ້ດຳເນີນໃນວັນທີ 1 ຕຸລາຢູ່ ໂຮໂນລູລູ, ຮາວາຍ, ສະຫະອາເມລິກາເຊິ່ງໄດ້ຢັງຢືນຄືນການຮ່ວມລະຫວ່າງສາມປະເທດໃນການຮັບປະກັນຄວາມໝັ້ນຄົງຢູ່ພາກພື້ນອິນເດຍ-ປາຊີຟິກ
ອາເມລິກາ - ຍີ່ປຸ່ນ - ອົດສະຕາລີ ຢັ້ງຢືນຄືນການຮ່ວມມືຢູ່ພາກພື້ນອິນເດຍ-ປາຊີຟິກ.  - ảnh 1ລັດຖະມົນຕີທັງສາມໄດ້ໝັ້ນໝາຍຈະເພີ່ມທະວີການຮ່ວມມືໃນສະພາບພື້ນຖານຄວາມເປັນລະບຽບຮຽບຮ້ອຍຂອງສາກົນຖືນາບຂູ່

     ທີ່ກອງປະຊຸມທ່ານລັດຖະມົນຕີກະຊວງປ້ອງກັນຊາດຍີ່ປຸ່ນ Yasukazu Hamada ພ້ອມກັບລັດຖະມົນຕີກະຊວງປ້ອງກັນຊາດອາເມລິກາ Lloyd Austin ແລະຄູ່ຕຳແໜ່ງ ອົດສະຕາລີ Richard Marles ໄດ້ຢືນຢັນຄືນຈະຊຸກຍູ້ການເປີດກວ້າງແລະເພີ່ມທະວີບັນດາການເຄື່ອນໄຫວຮ່ວມຄື ດຳເນີນການຊ້ອມຮົບ, ຮ່ວມມືທາງດ້ານພາຫະນະເຄື່ອງຈັກແລະເຕັກໂນໂລຊີປ້ອງກັນຊາດກໍ່ຄືແລກປ່ຽນຂ່າວລັບຢ່າງມີປະສິດທິຜົນ.

     ກ່ຽວກັບບັນດາບັນຫາພາກພື້ນ, ລັດຖະມົນຕີທັງສາມໄດ້ໝັ້ນໝາຍຈະເພີ່ມທະວີການຮ່ວມມືໃນສະພາບພື້ນຖານຄວາມເປັນລະບຽບຮຽບຮ້ອຍຂອງສາກົນຖືນາບຂູ່, ຄັດຄ້ານບໍ່ວ່າການກະທຳໃດໆທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນເຊິ່ງລວມມີການເຮັດໃຫ້ປ່ຽນແປງສະພາບເດີມດ້ວຍກຳລັງອາວຸດພຽງຝ່າຍດຽວ.

ຕອບກັບ

ຂ່າວ/ບົດ​ອື່ນ