ອາເມລິກາ, ຍີ່ປຸ່ນ ແລະ ສ. ເກົາຫຼີ ປຶກສາຫາລືກ່ຽວກັບໂຄງການນິວເຄຼຍ ຂອງ ສປປ ເກົາຫຼີ

ອາເມລິກາ, ຍີ່ປຸ່ນ ແລະ ສ. ເກົາຫຼີ ປຶກສາຫາລືກ່ຽວກັບໂຄງການນິວເຄຼຍ ຂອງ ສປປ ເກົາຫຼີ - ảnh 1
ທູດ​ພິ​ເສດ​ດ້ານ​ນິວ​ເຄຼຍຂອງ 3 ປະ​ເທດ ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ສ. ເກົາຫຼີ
(ພາບ: EPA/TTXVN)

(vovworld) - ວັນ​ທີ 25/4, ທູດ​ພິ​ເສດ​ດ້ານ​ນິວ​ເຄຼຍຂອງ 3 ປະ​ເທດ ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ສ. ເກົາຫຼີ ໄດ້​ມີ​ການ​ພົບ​ປະ​ຢູ່ນ​ະ​ຄອນຫຼວງ ໂຕ​ກຽວ ( ປະ​ເທດ​ຍີ່​ປຸ່ນ) ເພື່ອ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ນິວ​ເຄຼຍ​ຂອງ ສປ​ປ ເກົາຫຼີ. ທີ່​ການ​ພົບ​ປະ​ຈັດ​ຂຶ້ນ​ໃນ​ສະ​ພາບ​ການ​ຫາງ​ສຽງ​ຖື​ວ່າ ສ​ປ​ປ ເກົາຫຼີ ​ອາດ​ຈະດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 6 ຫຼື ຍິງ​ລູກ​ສອນ​ໄຟ​ນ​ຳ​ວິ​ຖີ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ ສ​ປ​ປ ເກົາຫຼີ (25/4). ນອກ​ຈາກ​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ລົງ​ໂທ​ດ ສ​ປ​ປ ເກົາຫຼີ ຖ້າ​ຫາ​ກ​ວ່າ ປະ​ເທດນີ້ມີ​ການ​ກະ​ທຳ​ເກາະ​ຜິດ​ຕື່ມ​ອີກ, ຜູ້​ຕາງ​ໜ້າ​ຂອງ 3 ປະ​ເທດ​ສ​ຸມ​ໃສ່​ເຂົ້າ​ບັນ​ດາ​ວິ​ທີ​ການ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ໃຫ້ ຈີນ ນຳ​ໃຊ້​ບົດ​ບາດນີ້​ມີ​ຜົນ​ສະ​ທ້ອນ​ອັນ​ໃຫຍ່ຫຼວງ​ສຳ​ລັບ ສ​ປ​ປ ເກົາຫຼີ ກໍ່​ພ້ອມ​ກັນ​ແກ້​ໄຂ​ສ​ຳ​ເນົາ​ເອ​ກະ​ສານ​ຫຍຸ້ງ​ຍາກນີ້​ດ້ວຍ​ມາດ​ຕະ​ການ​ຕັ້​ງ​ໜ້າ​ທີ່​ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ