ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ສ.ເກົາຫຼີ ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ການສ້າງ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ​ຢ່າງ​ສິ້ນ​ເຊິງ

(VOVWORLD) -ຖະແຫຼງການຮ່ວມກ່າວປະນາມເຫດຍິງລູກສອນໄຟນຳວິຖີ ໃນມໍ່ໆມານີ້ ຂອງ ສປປ.ເກົາຫຼີ ແລະ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບທາດແທ້ການກະທຳກໍ່ໃຫ້ເກີດສະພາບຂາດສະຖຽນລະພາບ. 
ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ສ.ເກົາຫຼີ ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ການສ້າງ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ​ຢ່າງ​ສິ້ນ​ເຊິງ - ảnh 1ລັດຖະມົນຕີການຕ່າງປະເທດ 3 ປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ (ພາບ: AP)

ວັນທີ 13 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ມີການພົບປະກັນຢູ່ Hawaii, ປະເທດ ອາເມລິກາ. ສາມປະເທດໄດ້ອອກຖະແຫຼງການຮ່ວມ ຢັ້ງຢືນຄືນໃໝ່ຄວາມສຳຄັນຂອງການຮ່ວມມືສາມຝ່າຍເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍໃຫຍ່ທີ່ສຸດຂອງ ສະຕະວັດທີ XXI.

ຖະແຫຼງການຮ່ວມກ່າວປະນາມເຫດຍິງລູກສອນໄຟນຳວິຖີ ໃນມໍ່ໆມານີ້ ຂອງ ສປປ.ເກົາຫຼີ ແລະ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບທາດແທ້ການກະທຳກໍ່ໃຫ້ເກີດສະພາບຂາດສະຖຽນລະພາບ. ລັດຖະມົນຕີການຕ່າງປະເທດ 3 ປະເທດ ໃຫ້ຄຳໝັ້ນສັນຍາວ່າ 3 ຝ່າຍຈະຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ບັນລຸໄດ້ການປອດນິວເຄຼຍຢ່າງສິ້ນເຊິງ ແລະ ສັນຕິພາບອັນຍາວນານຢູ່ແຫຼມເກົາຫຼີ. ບັນດາຝ່າຍກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນ ປະຕິບັດຕາມມະຕິຂອງສະພາຄວາມໝັ້ນຄົງ ສປຊ ວ່າດ້ວຍ ສປປ.ເກົາຫຼີ ແລະ ຮຽກຮ້ອງໃຫ້ ສປປ.ເກົາຫຼີ ດຳເນີນການເຈລະຈາ. ລັດຖະມົນຕີການຕ່າງປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ເນັ້ນໜັກເຖິງເລື່ອງ ບໍ່ມີເຈດຈຳນົງເປັນປໍລະປັກກັບ ສປປ.ເກົາຫຼີ ແລະ ພ້ອມແລ້ວທີ່ຈະສືບຕໍ່ພົບປະກັບບັນດາເຈົ້າໜ້າທີ່ ສປປ.ເກົາຫຼີ ໂດຍບໍ່ຕ້ອງມີເງື່ອນໄຂຕັດສິນຊີ້ຂາດໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ