ອາເມລິກາ ດຳເນີນການບຸກໂຈມຕີໃໝ່ແນໃສ່ກຳລັງ Houthi

(VOVWORLD) - ວໍຊິງຕັນ ໄດ້ດຳເນີນການບຸກໂຈມຕີຄັ້ງໃໝ່ແນໃສ່ກຳລັງ Houthi ຢູ່ ເຢແມນ, ເລັງໃສ່ບັນດາລູກສອນໄຟຕ້ານກຳປັ່ນ
ອາເມລິກາ ດຳເນີນການບຸກໂຈມຕີໃໝ່ແນໃສ່ກຳລັງ Houthi - ảnh 1ວໍຊິງຕັນ ໄດ້ດຳເນີນການບຸກໂຈມຕີຄັ້ງໃໝ່ແນໃສ່ກຳລັງ Houthi ຢູ່ ເຢແມນ
(ພາບ: IRNA/TTXVN)

        ວັນທີ 18 ມັງກອນ, ທ່ານ John Kirby, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ, ວໍຊິງຕັນ ໄດ້ດຳເນີນການບຸກໂຈມຕີຄັ້ງໃໝ່ແນໃສ່ກຳລັງ Houthi ຢູ່ ເຢແມນ, ເລັງໃສ່ບັນດາລູກສອນໄຟຕ້ານກຳປັ່ນ ເຊິ່ງທຳນຽບຂາວຖືວ່າ ກຳລັງນີ້ອາດຈະນຳໃຊ້ເພື່ອບຸກໂຈມຕີບັນດາກຳປັ່ນຂົນສົ່ງຢູ່ເຂດທະເລແດງ.

        ກ່ອນນັ້ນ, ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ແຈ້ງໃຫ້ຊາບວ່າ, ບັນດາການບຸກໂຈມຕີດ້ານການທະຫານເຊິ່ງ ອາເມລິກາ ແລະ ອັງກິດ ແນໃສ່ກຳລັງ Houthi ຢູ່ ເຢແມນ ນັ້ນແມ່ນເພື່ອໂຕ້ຕອບເລື່ອງ ກຳລັງນີ້ບຸກໂຈມຕີບັນດາກຳປັ່ນການຄ້າຢູ່ທະເລແດງ, ເຊິ່ງໄດ້ສົ່ງຜົນກະທົບເຖິງການເຄື່ອນໄຫວຂົນສົ່ງເດີນທາງຜ່ານເຂດທະເລທີ່ສຳຄັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ