ອາ​ເມ​ລິ​ກາ ຕໍ່​ກຳ​ນົດ​ເວ​ລາ​ສົນ​ທິ​ສັນ​ຍາ New START ຕື່ມ​ອີກ 5 ປີ

(VOVWORLD) -        ວັນທີ 3 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ  Antony Blinken  ໃຫ້ຮູ້ວ່າ, ອຳນາດການປົກຄອງ ອາເມລິກາ ຕໍ່ກຳນົດເວລາ ສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ກັບ ລັດເຊຍ ຕື່ມອີກ 5 ປີ.
ອາ​ເມ​ລິ​ກາ ຕໍ່​ກຳ​ນົດ​ເວ​ລາ​ສົນ​ທິ​ສັນ​ຍາ New START  ຕື່ມ​ອີກ 5 ປີ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ  Antony Blinken (ພາບ:AFP)

ໃນຖະແຫຼງການໜຶ່ງ, ທ່ານ  Antony Blinken ເນັ້ນໜັກວ່າ: “ການຕໍ່ກຳນົດເວລາສົນທິສັນຍາ New START  ຮັບປະກັນວ່າ ບັນດາຂໍ້ຈຳກັດຂອງພວກເຮົາສາມາດກວດກາໄດ້ສຳລັບລູກສອນໄຟນຳວິຖີ ແລະ ລູກສອນໄຟຂ້າມທະວີບຈາກກໍ່າປັ່ນດຳນ້ຳ ແລະ ເຮືອບິນຖີ້ມລູກລະເບີດຂະໜາດໃຫຍ່ຂອງ ລັດເຊຍ ຮອດວັນທີ 5 ກຸມພາ ປີ 2026”.

        ຕາມການຕົກລົງໃນເບື້ອງຕົ້ນແລ້ວ, ສົນທິສັນຍາ New START ຈະໝົດກຳນົດເວລາໃນວັນທີ 5 ກຸມພາ. ເຖິງຢ່າງໃດກໍຕາມ, ພາຍຫຼັງໄດ້ຮັບການດຳລົງຕຳແໜ່ງ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ດຳເນີນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງລັດເຊຍ Vladimir Putin ໃນວັນທີ 26 ມັງກອນ ແລະ ສອງຝ່າຍບັນລຸໄດ້ຂໍ້ຕົກລົງກ່ຽວກັບການຕໍ່ກຳນົດເວລາ ສົນທິສັນຍາ New START  ຕື່ມອີກ 5 ປີ, ໝາຍຄວາມວ່າຮອດວັນທີ 5 ກຸມພາ ປີ 2026. ຕາມນັ້ນແລ້ວ, ສອງຝ່າຍຈະສຳເລັດລະບຽບການທີ່ຈຳເປັນເພື່ອຮັບປະກັນໃຫ້ກົນໄກນິຕິກຳສາກົນທີ່ສຳຄັນນີ້ ສືບຕໍ່ມີຜົນສັກສິດ ໃນການຈຳກັດສາງອາວຸດນິວເຄຼຍຂອງແຕ່ລະຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ