ອາ​ເມ​ລ​ິ​ກາ ຕັດ​ສິນ​ບໍ່​ກັບເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ທ້ອງ​ຟ້າ​ເປີດ​

(VOVWORLD) -  ວັນທີ 27 ພຶດສະພາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ຕັດສິນບໍ່ກັບເຂົ້າຮ່ວມສົນທິສັນຍາທ້ອງຟ້າເປີດ, ພາຍຫຼັງຖອນຕົວອອກຈາກສົນທິສັນຍາຄຸ້ມຄອງອາວຸດຫຼາຍຝ່າຍນີ້ ເມື່ອປີ 2020.
ອາ​ເມ​ລ​ິ​ກາ ຕັດ​ສິນ​ບໍ່​ກັບເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ທ້ອງ​ຟ້າ​ເປີດ​ - ảnh 1(ພາບ: ທະຫານການບິນ ອາເມລິກາ)

ສົນທິສັນຍາທ້ອງຟ້າເປີດໄດ້ຮັບການລົງນາມເມື່ອປີ 1992 ແລະ ມີຜົນສັກສິດເລີ່ມແຕ່ປີ 2002 ເປັນຕົ້ນໄປ, ໂດຍອະນຸຍາດໃຫ້ 35 ປະເທດ ສະມາຊິກ, ໃນນັ້ນມີ ລັດເຊຍ ແລະ ອາເມລິກາ ປະຕິບັດບັນດາຖ້ຽວບິນຕິດຕາມກວດກາໃນເຂດນ່ານຟ້າຂອງກັນ, ເປີດເຜີຍການເກັບກຳຂໍ້ມູນ ກ່ຽວກັບບັນດາກຳລັງ ແລະ ການເຄື່ອນໄຫວການທະຫານຂອງກັນ ຕາມບັນດາໂຄຕາການບິນ ທີ່ໄດ້ເຫັນດີເປັນເອກະພາບແຕ່ກອ່ນ. ເຖິງຢ່າງໃດກໍ່ຕາມ, ທັງ ມົດສະກູ ແລະ ວໍຊິງຕັນ ລ້ວນແຕ່ກ່າວຫາກັນວ່າລະເມີດຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ