ອາ​ເມ​ລິ​ກາ ຕີ​ລາ​ຄາ​ວ່າ ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ກັບ ອີ​ຣານ ຖື​ກ​ດຳ​ເນີນ​ຢ່າງ​ຕັ້ງ​ໜ້າ

(VOVWORLD) -ໃນເບື້ອງຕົ້ນ, ບັນດາການເຈລະຈາກັບຄູ່ຮ່ວມມືກ່ຽວກັບບັນຫານິວເຄຼຍ ອີຣານ ຢູ່ນະຄອນຫຼວງ ວຽນ ຂອງ ໂອຕາລິດ ຖືກດຳເນີນຢ່າງຕັ້ງໜ້າ ໃນສະພາບການທີ່ທ່ານປະທານາທິບໍດີ ອາເມລິກາ Joe Biden ມຸ່ງໄປເຖິງເລື່ອງນຳ ອາເມລິກາ ກັບຄືນສູ່ຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມເມື່ອປີ 2015. 
ອາ​ເມ​ລິ​ກາ ຕີ​ລາ​ຄາ​ວ່າ ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ກັບ ອີ​ຣານ ຖື​ກ​ດຳ​ເນີນ​ຢ່າງ​ຕັ້ງ​ໜ້າ - ảnh 1ການເຈລະຈາ ລະຫວ່າງ ອີຣານ ກັບ ກຸ່ມບັນດາປະເທດມະຫາອຳນາດຍັງເຫຼຶອ (ພາບ:AFP/TTXVN)

     ວັນທີ 6 ເມສາ, ອາເມລິກາ ຕີລາຄາວ່າ ໃນເບື້ອງຕົ້ນ, ບັນດາການເຈລະຈາກັບຄູ່ຮ່ວມມືກ່ຽວກັບບັນຫານິວເຄຼຍ ອີຣານ ຢູ່ນະຄອນຫຼວງ ວຽນ ຂອງ ໂອຕາລິດ ຖືກດຳເນີນຢ່າງຕັ້ງໜ້າ ໃນສະພາບການທີ່ທ່ານປະທານາທິບໍດີ ອາເມລິກາ Joe Biden ມຸ່ງໄປເຖິງເລື່ອງນຳ ອາເມລິກາ ກັບຄືນສູ່ຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມເມື່ອປີ 2015. ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຂໍ້ສັງເກດວ່າ  ເຖິງວ່າບໍ່ເຂົ້າຮ່ວມກອງປະຊຸມໂດຍກົງກັບ ອີຣານ ກໍຕາມ, ແຕ່ການເຈລະຈາຄັ້ງນີ້ ແມ່ນບາດກ້າວທີ່ມີລັກສະນະສ້າງສັນເປັນໜ້າຊົມເຊີຍ ແລະ ມີປະໂຫຍດ. ທ່ານ Ned Price ຖືວ່າ ບັນດາການປຶກສາຫາລືຜ່ານທາງອ້ອມນີ້ ແມ່ນບາດກ້າວທຳອິດ ແລະ ທັງ ອີຣານ ແລະ ອາເມລິກາ ລ້ວນແຕ່ຕ້ອງປະຕິບັດຂໍ້ຕົກລົງນິວເຄຼຍ ທີ່ມີຊື່ວ່າແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ຄືນໃໝ່. ອາເມລິກາ ຈະບໍ່ຍອມຮັບບັນດາຄຳຮຽກຮ້ອງຂອງ ອີຣານ ກ່ຽວກັບເລື່ອງ ເຕເຮຣານ ຈະກະທຳພາຍຫຼັງທີ່ ວໍຊິງຕັນ ດຳເນີນບາດກ້າວທຳອິດເທົ່ານັ້ນ.

        ກ່ອນໜ້ານັ້ນ, ຄະນະກຳມະການປະສົມ  JCPOA ໄດ້ຈັດຕັ້ງກອງປະຊຸມອອນລາຍ ຢູ່ນະຄອນຫຼວງ ວຽນ ຂອງ ໂອຕາລິດ ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ທີ່ພວມມີຄວາມສ່ຽງຖືກລົ້ມເຫຼວ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາເຈົ້າໜ້າທີ່ການຕ່າງປະເທດຂັ້ນສູງຂອງ ຈີນ, ຝລັ່ງ, ເຢຍລະມັນ, ອິີຣານ, ລັດເຊຍ ແລະ ອັງກິດ. ຕາງໜ້າຝ່າຍ ອາເມລິກາ ກໍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວຜ່ານທາງອອນລາຍ.


ຕອບກັບ

ຂ່າວ/ບົດ​ອື່ນ