ອາເມລິກາ ຕີລາຄາສູງກຳລັງຄວາມສາມາດດ້ານສາທາລະນະສຸກຂອງ ຫວຽດນາມ

(VOVWORLD) -ອາເມລິກາ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນວຽກງານປ້ອງກັນ, ຕ້ານໂລກລະບາດອັກເສບປອດ Covid-19.

 ນີ້ແມ່ນຄຳຢືນຢັນ ໂດຍບັນດາເຈົ້າໜ້າທີ່ ອາເມລິກາ ຍົກອອກມາທີ່ການແລກປ່ຽນກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ກ່ຽວກັບສະພາບການໂລກລະບາດໃນໄລຍະມໍ່ໆມານີ້.

ອາເມລິກາ ຕີລາຄາສູງກຳລັງຄວາມສາມາດດ້ານສາທາລະນະສຸກຂອງ ຫວຽດນາມ - ảnh 1 ອາເມລິກາ ຕີລາຄາສູງກຳລັງຄວາມສາມາດດ້ານສາທາລະນະສຸກຂອງ ຫວຽດນາມ (ພາບ: TTXVN)

        ທີ່ການພົບປະ, ບັນດາເຈົ້າໜ້າທີ່ໄດ້ຕີລາຄາສູງກຳລັງຄວາມສາມາດດ້ານສາທາລະນະສຸກຂອງ ຫວຽດນາມ ເວົ້າລວມ ແລະ ພິເສດແມ່ນໃນວຽກງານຄວບຄຸມໂລກລະບາດ Covid-19 ເວົ້າສະເພາະ. ກະຊວງສາທາລະນະສຸກ ອາເມລິກາ ໃຫ້ຂໍ້ສັງເກດວ່າ ການນຳ ຫວຽດນາມ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໄດ້ເອົາໃຈໃສ່ ແລະ ຊີ້ນຳຢ່າງທັນການ, ມີບັນດາມາດຕະການຮອບດ້ານ, ຂ້ຽວຂາດ ແລະ ເຖິງຖອງ ເພື່ອຮັບມືກັບ Covid-19, ເປັນຕົ້ນແມ່ນເລື່ອງຍົກສູງຄວາມຮັບຮູ້ຂອງປະຊາຊົນ ແລະ ວົງຄະນະຍາດ. ນອກນັ້ນ, ປັດຈຸບັນ ຫວຽດນາມ ຍັງມີລະບົບຮາກຖານສາທາລະນະສຸກເປັນຢ່າງດີໂດຍພື້ນຖານ ແລະ ໄດ້ຜັນຂະຫຍາຍວຽກງານສັກຢາກັນພະຍາດ, ປ້ອງກັນພະຍາດແບບລຸລ່ວງ ແລະ ກ້ວາງຂວາງມາແຕ່ດົນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ