ອາເມລິກາ ຕີລາຄາໂອກາດທາງການທູດກັບ ສປປ.ເກົາຫຼີ ພວມຖືກຮັດແຄບເຂົ້າ

(VOVWORLD) -ວັນທີ 16 ພະຈິກ, ເຈົ້າໜ້າທີ່ຂັ້ນສູງກະຊວງການຕ່າງປະເທດ ອາເມລິກາ ທ່ານໜຶ່ງ ໄດ້ກ່າວເຕືອນວ່າໂອກາດທາງການທູດ ແນໃສ່ສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ພວມນັບມື້ນັບຖືກຮັດແຄບເຂົ້າ.

 ກ່າວຄຳເຫັນຕໍ່ວົງການນັກຂ່າວ, ເຈົ້າໜ້າທີ່ທ່ານນີ້ໃຫ້ຮູ້ວ່າ: ທ່ານໄດ້ສົ່ງສານດັ່ງກ່າວເຖິງບັນດາເຈົ້າໜ້າທີ່ ຈີນ ໃນການຢ້ຽມຢາມ ປັກກິ່ງ ມໍ່ໆມານີ້.

        ພຽງຢາງ ພວມເພີ່ມຄວາມກົດດັນ ເພື່ອໃຫ້ ວໍຊິງຕັນ ຍົກອອກຂໍ້ສະເໜີເປັນທີ່ຍອມຮັບຮູ້ໄດ້ໃນທ້າຍປີນີ້, ດ້ວຍຄວາມປາດຖະໜາຢາກຍົກເລີກບັນດາຄຳສັ່ງລົງໂທດ ແລະ ໄດ້ຮັບປະກັນຄວາມໝັ້ນຄົງ ເພື່ອແລກເອົາເລື່ອງປະລະໂຄງການນິວເຄຼຍ. 2 ຝ່າຍກໍ່ໄດ້ຈັດຕັ້ງການພົບປະຂັ້ນວິຊາການຢູ່ ຊູແອັດ ໃນໄລຍະມໍ່ໆມານີ້ ແຕ່ບໍ່ບັນລຸໄດ້ໝາກຜົນໃດທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ