ອາເມລິກາ - ຕວັກກີ ເຫັນດີເປັນເອກະພາບຈະຊຸກຍູ້ການຄ້າ 2 ຝ່າຍຂຶ້ນລະດັບ 100 ຕື້ USD

(VOVWORLD) - ວັນທີ 04 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແໜ່ງ ຕວັກກີ Tayyip Erdogan ໄດ້ພົບປະເຈລະຈາຢູ່ນອກກອງປະຊຸມສຸດຍອດອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ ລອນດອນ, ປະເທດ ອັງກິດ. 

2 ຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ດ້ານການຄ້າ 2 ຝ່າຍໃຫ້ຂຶ້ນເຖິງລະດັບ 100 ຕື້ USD.

ອາເມລິກາ - ຕວັກກີ ເຫັນດີເປັນເອກະພາບຈະຊຸກຍູ້ການຄ້າ 2 ຝ່າຍຂຶ້ນລະດັບ 100 ຕື້ USD - ảnh 1ທ່ານ Donald Trump ແລະ ທ່ານ Tayyip Erdogan ພາບ: AFP/TTXVN 

        ໂຄສົກທຳນຽບຂາວໃຫ້ຮູ້ວ່າ: ທີ່ການພົບປະເຈລະຈາ, ປະທານາທິບໍດີ 2 ທ່ານໄດ້ປຶກສາຫາລືຄວາມສຳຄັນຂອງເລື່ອງ ຕວັກກີ ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນໃນ NATO ແລະ ເຫັນດີເປັນເອກະພາບພ້ອມກັນຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງພາກພື້ນ ແລະ ຄວາມໝັ້ນຄົງດ້ານພະລັງງານ.

        ຝ່າຍ ຕວັກກີ ຢືນຢັນວ່າ ການພົບປະເຈລະຈາໄດ້ດຳເນີນໄປ “ບົນຈິດໃຈສ້າງສັນ”.

ຕອບກັບ

ຂ່າວ/ບົດ​ອື່ນ