ອາເມລິກາ ຕ້ອງ ຮັບຜິດຊອບຕໍ່ ຜົນຮ້າຍຢ້ອນຫຼັງ ຈາກທາດພິດສີສົ້ມ/ດີໂອຊິນ ຢູ່ຫວຽດນາມ

ອາເມລິກາ ຕ້ອງ ຮັບຜິດຊອບຕໍ່ ຜົນຮ້າຍຢ້ອນຫຼັງ ຈາກທາດພິດສີສົ້ມ/ດີໂອຊິນ ຢູ່ຫວຽດນາມ - ảnh 1

(ພາບປະກອບ: .vietnamplus.vn)

(vovworld) - ວັນ​ທີ 12/3, ສະ​ຖາ​ບັນ​ແຫ່ງ​ລັດ ​ແລະ ກົດໝາຍ (ສັງກັດ​ສະພາ​ມະຫາບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາ​ສາດ​ແຫ່ງ​ຊາດ “ພື້ນຖານ​ນິຕິ​ກຳ​ຮຽກຮ້ອງ​ລັດຖະບານ ​ແລະ ບັນດາ​ບໍລິສັດ​ທາດ​ເຄມີ​ອາ​ເມ​ລິ​ກາ​ຮັບຜິດຊອບ​ຕໍ່​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ຢູ່​ຫວຽດນາມ“. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ດຣ ​ເຈິ່ນງອກ​ເຕິ​ມ, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນຫວຽດນາມ​ ຖື​ວ່າ: ຜົນ​ຮ້າຍ​ຢ້ອນ​ຫຼັງ​ຂອງທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ໂດຍ​ອາ​ເມ​ລິ​ກາ​ ນຳ​ໃຊ້​ໃນ​ປາງ​ສົງຄາມ​ຢູ່​ຫວຽດນາມທີ່​ມີ​ຕໍ່​ສິ່ງ​ແວດ​ລ້ອມ, ຊີວະ​ພາບ ​ແລະ ຊາວ​ຫວຽດນາມ​ ແມ່ນ​ຄວາມ​ຈິງ​ທີ່​ບໍ່​ອາດ​ປະຕິ​ເສດ​ໄດ້. ສ່ວນ​ສາ​ສະ​ດາ​ຈານ ນົງ​ວັນ​ຫາຍ, ສະ​ຖາ​ບັນ​ເຕັກ​ໂນ​ໂນ​ຢີ​ເຊື້ອ(ສັງກັດ​ສະພາ​ມະຫາບັນດິດ​ວິທະຍາສາດ​​ເຕັກ​ໂນ​ໂລ​ຢີຫວຽດນາມ) ​ເນັ້ນ​ໜັກ​ວ່າ: ການ​ນຳ​ເຫດ​ຟ້ອງ​ຮ້ອງ​ນີ້​ຂຶ້ນ​ສານ​ອາ​ເມ​ລິ​ກາ​ ແມ່ນ​ຜົນສຳ​ເລັດ​ໃນ​ເບື້ອງ​ຕົ້ນ, ທີ່​ໄດ້​ປຸກລຸກ​ມະ​ໂນ​ທຳ​ຂອງ​ມະນຸດ​ເວົ້າ​ລວມທີ່​ມີ​ຕໍ່​ການ​ກະທຳ ກໍ່​ຜົນ​ຮ້ານ​ຢ້ອນ​ຫຼັງ​ອັນ​ຍາວ​ນາມ​ໃຫ້​ແກ່​ສິ່ງ​ແວດ​ລ້ອມ ​ແລະ ມະນຸດ.

ຂ່າວ/ບົດ​ອື່ນ