ອາ​ເມ​ລິ​ກາ ຕໍາໜິຕິຕຽນ ສປປ.​ເກົາຫຼີ ຕັດການ​ເຈລະຈາ​ກັບ ສ.​ເກົາຫຼີ

(VOVWORLD) -ພຽງຢາງ ຈະຕັດການຕິດຕໍ່ພົວພັນລະຫວ່າງວົງການເຈົ້າໜ້າທີ່ ສປປ.ເກົາຫຼີ ກັບ ສ.ເກົາຫຼີ, ເຊິ່ງເຄີຍໄດ້ຮັກສາໄວ້ຜ່ານຫ້ອງການຕິດຕໍ່ລວມ ລະຫວ່າງ ສປປ.ເກົາຫຼີ ກັບ ສ.ເກົາຫຼີ, ກໍຄືຊ່ອງທາງຕິດຕໍ່ອື່ນໆ ນັບແຕ່ເວລາ 12 ໂມງ 00 ນາທີຂອງວັນທີ 09 ມິຖຸນາ ເປັນຕົ້ນໄປ.

        ໃນຖະແຫຼງການສະບັບໜຶ່ງທີ່ໄດ້ຍົກອອກມາໃນວັນທີ 09 ມິຖຸນາ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ສະແດງທັດສະນະຕໍາໜິຕິຕຽນ ສປປ.ເກົາຫຼີ ທີ່ໄດ້ຕັດການຕິດຕໍ່ພົວພັນກັບ ສ.ເກົາຫຼີ, ພ້ອມທັງຮຽກຮ້ອງໃຫ້ ພຽງຢາງ ກັບຄືນສູ່ໂຕະເຈລະຈາ ແລະ ຢັ້ງຢືນວ່າ ອາເມລິກາ ຍາມໃດກໍສະໜັບສະໜູນຄວາມກ້າວໜ້າຕ່າງໆໃນການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

        ກ່ອນໜ້ານັ້ນ, ສໍານັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ພຽງຢາງ ຈະຕັດການຕິດຕໍ່ພົວພັນລະຫວ່າງວົງການເຈົ້າໜ້າທີ່ ສປປ.ເກົາຫຼີ ກັບ ສ.ເກົາຫຼີ, ເຊິ່ງເຄີຍໄດ້ຮັກສາໄວ້ຜ່ານຫ້ອງການຕິດຕໍ່ລວມ ລະຫວ່າງ ສປປ.ເກົາຫຼີ ກັບ ສ.ເກົາຫຼີ, ກໍຄືຊ່ອງທາງຕິດຕໍ່ອື່ນໆ ນັບແຕ່ເວລາ 12 ໂມງ 00 ນາທີຂອງວັນທີ 09 ມິຖຸນາ ເປັນຕົ້ນໄປ.

        ຕໍ່ໜ້າຖະແຫຼງການດັ່ງກ່າວ, ວັນທີ 09 ມິຖຸນາ, ສ.ເກົາຫຼີ ໄດ້ກະຕຸກຊຸກຍູ້ໃຫ້ ສປປ.ເກົາຫຼີ ຮັກສາການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ ກັບ ສປປ.ເກົາຫຼີ ໄວ້ຄືເກົ່າ.  

ຕອບກັບ

ຂ່າວ/ບົດ​ອື່ນ