ອາ​ເມ​ລິ​ກາ ຕຳ​ໜິ​ຕິ​ຕຽນ​​ຢ່າງຮຸນ​ແຮງ​ຕໍ່ແຜນ​ການຂອງ ອິດ​ສະ​ຣາ​ແອັນ ກ່ຽວ​ກັບ​ການ​ກໍ່​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຢູ່​ເຂດ​ຢຶດຄອງ​ຂອງ ​ປາ​ແລັດ​ສະ​ຕິນ

(VOVWORLD) -ກະຊວງການຕ່າງປະເທດ ອາເມລິກາ ໄດ້ຕຳໜິຕິຕຽນຢ່າງຮຸນແຮງຕໍ່ເລື່ອງ ອິດສະຣາແອັນ ຂະຫຍາຍເຂດຕັ້ງຖິ່ນຖານຄົງທີ່ຢູ່ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ. 
ອາ​ເມ​ລິ​ກາ ຕຳ​ໜິ​ຕິ​ຕຽນ​​ຢ່າງຮຸນ​ແຮງ​ຕໍ່ແຜນ​ການຂອງ ອິດ​ສະ​ຣາ​ແອັນ ກ່ຽວ​ກັບ​ການ​ກໍ່​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຢູ່​ເຂດ​ຢຶດຄອງ​ຂອງ ​ປາ​ແລັດ​ສະ​ຕິນ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 26 ຕຸລາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຕຳໜິຕິຕຽນຢ່າງຮຸນແຮງຕໍ່ເລື່ອງ ອິດສະຣາແອັນ ຂະຫຍາຍເຂດຕັ້ງຖິ່ນຖານຄົງທີ່ຢູ່ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ. ນີ້ແມ່ນຄັ້ງທຳອິດທີ່ອຳນາດການປົກຄອງຂອງປະທານາທິບໍດີ Joe Biden ສະແດງທັດສະນະຄັດຄ້ານຕໍ່ການກະທຳຜິດກົດໝາຍນີ້ ຂອງ ອິດສະຣາແອັນ ຢູ່ເຂດດິນແດນຢຶດຄອງຂອງຊາວ ປາແລັດສະຕິນ.

        ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ ການຂະຫຍາຍເຂດຕັ້ງຖິ່ນຖານຄົງທີ່ ແມ່ນການກະທຳທີ່ໄປຝືນກັບຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຮັກສາສະຖຽນລະພາບ, ພ້ອມທັງທຳລາຍແງ່ຫວັງຂອງມາດຕະການຄົງຕົວໂດຍສອງລັດ ໃນການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ. ທ່ານ Ned Price ໃຫ້ຮູ້ວ່າ ອາເມລິກາ ຖືແຜນການຫັນເຂດຕັ້ງຖິ່ນຖານຄົງທີ່ທີ່ຜິດກົດໝາຍ ເປັນຄວາມຖືກຕ້ອງຕາມກົດໝາຍນັ້ນ ແມ່ນ “ບໍ່ອາດຍອມຮັບໄດ້.”

ຕອບກັບ

ຂ່າວ/ບົດ​ອື່ນ