ອາ​ເມ​ລິ​ກາ ຖື ຫວຽດ​ນາມ ເປັນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມືຫຼັກ​ແຫຼ່ງ​​ໃນພາກ​ພື້ນ

(VOVWORLD) -  ວັນທີ 2 ກໍລະກົດ, ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດ ຫວຽດນາມ, ໂດຍທ່ານ ເລຮວ່າຍຈູງ, ຫົວໜ້າຄະນະນຳໜ້າ  ໄດ້ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ຢ່າງຈົບງາມ.
ອາ​ເມ​ລິ​ກາ ຖື ຫວຽດ​ນາມ ເປັນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມືຫຼັກ​ແຫຼ່ງ​​ໃນພາກ​ພື້ນ - ảnh 1ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກ ຄອມມູນິດ ຫວຽດນາມ ເຮັດວຽກກັບ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken  ແລະ ບັນດາເຈົ້າໜ້າທີ່ການທູດ ອາເມລິກາ (ພາບ: ນັກຂ່າວ VOV ປະຈຳ ອາເມລິກາ)

ໃນໄລຍະເວລາ 5 ວັນຢູ່ ຢ້ຽມຢາມ ອາເມລິກາ, ຢູ່ນະຄອນຫຼວງ ວໍຊິງຕັນ ຄະນະຜູ້ແທນ ຫວຽດນາມ ໄດ້ມີການເຮັດວຽກ ກັບທ່ານລັດຖະມົນຕີການຕ່າງປະເທດ Antony Blinken, ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງ,  ທ່ານ Samantha Power ຜູ້ອຳນວຍການໃຫຍ່ອົງການພັດທະນາສາກົນ ອາເມລິກາ, ທ່ານ Daniel Kritenbrink ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ, ທ່ານ Sasha Baker ຮອງລັດຖະມົນຕີກະຊວງປ້ອງກັນປະເທດຮັບຜິດຊອບຂົງເຂດນະໂຍບາຍ, ທ່ານ Ted Osius ປະທານ ທັງເປັນຜູ້ອຳນວຍການໃຫຍ່ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ….

        ທີ່ການພົບປະແລກປ່ຽນ, ສອງຝ່າຍເຫັນດີເປັນເອກະພາບຕີລາຄາສູງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃນຊຸມປີຜ່ານມາໄດ້ມີການພັດທະນາຢ່າງແຮງ, ຕັ້ງໜ້າ ແລະ ຮອບດ້ານ. ການນຳບັນດາອົງການປົກຄອງ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ຖື ຫວຽດນາມ ເປັນໜຶ່ງໃນບັນດາຄູ່ຮ່ວມມືຫຼັກແຫຼ່ງແກ່ນສານໃນພາກພື້ນ ແລະ ເຫັນດີເປັນເອກະພາບໂດຍຖືວ່າ ການພົວພັນລະຫວ່າງສອງປະເທດໄດ້ຮັບການສະໜັບສະໜູນຈາກທັງສອງພັກ ປະຊາທິປະໄຕ ແລະ ສາທາລະນະ. ທ່ານລັດຖະມົນຕີການຕ່າງປະເທດ Antony Blinken, ທ່ານທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ Jake Sullivan ແລະ ບັນດາເຈົ້າໜ້າທີ່ ອຳນາດການປົກຄອງ ອາເມລິກາ ເນັ້ນໜັກຢາກຮັກສາການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີ ແລະ ເຮັດໃຫ້ການຮ່ວມມືສອງຝ່າຍເລິກເຊິ່ງຂຶ້ນຕື່ມ, ໂດຍສະເພາະແມ່ນໃນບັນດາຂົງເຂດເສດຖະກິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານສີຂຽວ, ການສຶກສາບຳລຸງສ້າງ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການພົວພັນແລກປ່ຽນປະຊາຊົນ.

        ສ່ວນທ່ານ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບ ອາເມລິກາ. ທ່ານເລຮວ່າຍຈູງ ສະເໜີໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍປະຕິບັດໝາກຜົນການໂອ້ລົມທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ Joe Biden, ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ຍົກສູງປະສິດທິຜົນ ແລະ ຄວາມແທດຈິງຂອງການຮ່ວມມືໃນຊ່ອງທາງພັກ, ການທູດແຫ່ງລັດ, ການພົວພັນຕ່າງປະເທດປະຊາຊົນ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ