ອາເມລິກາ ຖືການພົວພັນກັບເອີລົບ ເປັນເສົ້າຄ້ຳໃນນະໂຍບາຍການຕ່າງປະເທດ

ອາເມລິກາ ຖືການພົວພັນກັບເອີລົບ ເປັນເສົ້າຄ້ຳໃນນະໂຍບາຍການຕ່າງປະເທດ - ảnh 1
ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ແລະ
ທ່ານ​ນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel
(ພາບ: vietnamplus.vn)


(vovworld) - ວັນ​ທີ 19/06, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ທີ່​ພວມຢູ່​ຢ້ຽມຢາມ​ເຢຍລະ​ມັນ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາງນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ Angela Merkel, ການ​ນຳ​ທັງ 2 ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວກັບ​ບັນດາບັນຫາ​ເສດຖະກິດ, ພິ​ເສດ​ແມ່ນ​ການ​ພົວພັນ​ຄູ່​ຮ່ວມມື​ການ​ຄ້າ ​ແລະ ການ​ລົງທຶນ​ຂ້າມ​ມະຫາ​ສະມຸດ​ອັກ​ສັງ​ຕິນ; ​ການ​ຄວບ​ຄຸມ​ອີນ​ເຕີ​ແນ​ດ, ບັນດາ​ບັນຫາ​ອາບ​ກາ​ນິດ​ສຖານ, ຊີຣີ ​ແລະ ​ໂຊ​ມາ​ລີ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ກັບ​ການ​ນຳ​ປະ​ເທດ​ເຈົ້າພາບ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Obama ຢືນຢັນ​ວ່າ ການ​ພົວພັນ​ກັບ​ເອີ​ລົບ​ ສືບ​ຕໍ່​ແມ່ນ​ເສົ້າຄ້ຳ​​ໃນ​ນະ​​ໂຍບາຍ​ການ​ຕ່າງປະ​ເທດຂອງ​ອາ​ເມ​ລິ​ກາ. ກ່ຽວ​ກັບ​ບັນຫາ​ອາບ​ກາ​ນິສຖານ, ທ່ານ Obama ຖື​ວ່າ ປະຊາຊົນ​ປະ​ເທດ​ນີ້ ຕ້ອງ​ເຈລະຈາ​ນຳ​ກັນ ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ ​ແລະ ​ເລີ່​ມສ້າງ​ປະ​ເທດ​​ຄືນ​ໃໝ່. ສຳລັບ​ບັນຫາ​ຊີ​ຣີ, ທ່ານ​ປະທານາທິບໍດີ  Obama ສືບ​ຕໍ່​ກ່າວ​ຫາ​ລັດຖະບານ​ຊີຣີ ນຳ​ໃຊ້​ອາວຸດ​ເຄມີ.
ຂ່າວ/ບົດ​ອື່ນ