ອາເມລິກາ ຖອນຕົວອອກຈາກ INF ຢ່າງເປັນທາງການໃນວັນທີ 02 ສິງຫາ

(VOVWORLD) - ອາເມລິກາ ຈະຖອນຕົວອອກຈາກສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF) ໃນວັນທີ 02 ສິງຫາ ຢ່າງເປັນທາງການ. ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ: ເຫດການນີ້ ເປີດເສັ້ນທາງໃຫ້ແກ່ການຊ່ວງເສັງອາວຸດໃໝ່ລະຫວ່າງ ລັດເຊຍ ແລະ ອາເມລິກາ.

ສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ ໂດຍ ອາເມລິກາ ແລະ ໂຊວຽດ ລົງນາມໃນວັນທີ 08 ທັນວາ 1987 ແລະ ມີຜົນສັກສິດຢ່າງເປັນທາງການເລີ່ມແຕ່ວັນທີ 01 ມິຖຸນາ 1988 ເປັນຕົ້ນມາ. ຕາມນັ້ນແລ້ວ, 2 ຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ຜະລິດ, ທົດລອງ, ຜັນຂະຫຍາຍບັນດາລູກສອນໄຟນຳວິຖີເທິງໜ້າດິນໄລຍະກາງ ແລະ ໄລຍະສັ້ນ (ແຕ່ 500 – 5.500 ກິໂລແມັດ). ເຖິງຢ່າງໃດກໍ່ຕາມ, ຕົ້ນປີນີ້, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດເຈດຈຳນົງຖອນຕົວອອກຈາກຂໍ້ຕົກລົງ ແລະ ກ່າວຫາ ລັດເຊຍ ວ່າໄດ້ລະເມີດມາດຕາຂອງຂໍ້ຕົກລົງຢ່າງລຽນຕິດ ເຖິງວ່າ ລັດເຊຍ ຍາມໃດກໍ່ປະຕິເສດຄຳກ່າວຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ